ນະຄອນຄຸນໝິງ ມອບອຸປະກອບການແພດປ້ອງກັນໂຄວິດ-19 ໃຫ້ ນະຄອນຫລວງວຽງຈັນ
September 17, 2020 - 4:51 PM
ພິທີມອບ-ຮັບອຸປະກອນການແພດ ເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຈາກນະຄອນຄຸນໝິງ ແຂວງຢຸນໜານ ສປ ຈີນ ໃຫ້ພະແນກສາທາລະນະສຸກນະຄອນຫລວງວຽງຈັນ ໄດ້ມີຂຶ້ນໃນວັນທີ 16 ກັນຍານີ້ ທີ່ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ຈ່ຽງ ຈ້າຍຕຸ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ.
ອຸປະກອນການຊ່ວຍເຫລືອດັ່ງກ່າວປະກອບມີລົດກູ້ໄພ 1 ຄັນ, ເຄື່ອງຊ່ວຍຫາຍໃຈ 2 ເຄື່ອງ, ເຄື່ອງວັດແທກອຸນຫະພູມ 100 ເຄື່ອງ, ຜ້າອັດປາກໃຊ້ໃນການແພດ 20.000 ອັນ ແລະ ຜ້າອັດປາກ N95 500 ອັນ ລວມມູນຄ່າທັງໝົດ 95.000 ໂດລາສະຫະລັດ ເຊິ່ງຈະໄດ້ນຳໃຊ້ເຂົ້າໃນວຽກງານສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະແມ່ນຈະໄດ້ນຳໄປແຈກຢາຍໃຫ້ບັນດາໂຮງໝໍຕ່າງໆໃນນະຄອນຫລວງ.