ເອົາການສຶກສາໄປກ່ອນບາດກ້າວໜຶ່ງ ເຮັດໄດ້ແນວໃດແລ້ວ?

ເອົາການສຶກສາໄປກ່ອນບາດກ້າວໜຶ່ງ ເຮັດໄດ້ແນວໃດແລ້ວ? - SCA Lao 09 00748 - ເອົາການສຶກສາໄປກ່ອນບາດກ້າວໜຶ່ງ ເຮັດໄດ້ແນວໃດແລ້ວ?
ເອົາການສຶກສາໄປກ່ອນບາດກ້າວໜຶ່ງ ເຮັດໄດ້ແນວໃດແລ້ວ? - Untitled design - ເອົາການສຶກສາໄປກ່ອນບາດກ້າວໜຶ່ງ ເຮັດໄດ້ແນວໃດແລ້ວ?

“ເອົາການສຶກສາໄປກ່ອນທຸກຂະແໜງການບາດກ້າວໜຶ່ງ” ນີ້ແມ່ນແນວທາງ-ນະໂຍບາຍການສຶກສາທີ່ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງຂອງພັກ-ລັດ ໃນທຸກຍຸກທຸກສະໄໝ. ເພາະການສຶກສາແມ່ນແຫຼ່ງກຳເນີດຂອງຄວາມຮູ້. ມີຄວາມຮູ້ຈຶ່ງສາມາດສ້າງສາພັດທະນາປະເທດຊາດໄດ້, ບໍ່ມີຄວາມຮູ້ກໍບໍ່ສາມາດຈະເຮັດຫຍັງໄດ້ເລີຍ, ໂດຍສະເພາະແມ່ນໃນຍຸກປັດຈຸບັນ, ຍຸກແຫ່ງການເຊື່ອມໂຍງທາງດ້ານ ຂໍ້ມູນຂ່າວສານ ແລະ ເທັກໂນໂລຊີທີ່ກ້າວໜ້າທັນສະໄໝ, ຖ້າບໍ່ຮຽນຮູ້ກໍຈະບໍ່ສາມາດເຮັດຫຍັງໄດ້ທັນໂລກ. ປະທານໂຮ່ຈິມິນເວົ້າວ່າ: “ພວກເຮົາຕ້ອງຮຽນຮູ້, ຮຽນໃຫ້ຫຼາຍ. ຖ້າບໍ່ຮຽນ ກໍບໍ່ມີຄວາມກ້າວໜ້າ, ບໍ່ມີຄວາມກໍຫຼ້າຫຼັງ. ສັງຄົມນັບມື້ກ້າວໜ້າ, ວຽກງານນັບມື້ນັບຫຼາຍ, ເຄື່ອງຈັກເຄື່ອງລາວນັບມື້ທັນສະໄໝ. ເຮົາບໍ່ຍອມຮຽນກໍຫຼ້າຫຼັງ, ຫຼ້າຫຼັງກໍຈະຖືກສັງຄົມປະຖິ້ມ”.

ໃນຊຸມປີຜ່ານມານີ້, ການສຶກສາຂອງພວກເຮົາໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ມີຜົນສຳເລັດໃນເບື້ອງຕົ້ນທີ່ໜ້າເພິ່ງພໍໃຈ. ໃນນັ້ນສະແດງໃຫ້ເຫັນຫຼັກສູດການຮຽນ-ການສອນໃນລະດັບຊັ້ນຕ່າງໆໄດ້ຮັບການພັດທະນາໃຫ້ດີຂຶ້ນ ແລະ ມີຄຸນນະພາບດີກ່ວາເກົ່າ, ຄຸນນະພາບຂອງຄູ-ອາຈານກໍໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ, ວິທີການຮຽນ-ການສອນກໍໄດ້ຮັບການປັບປຸງ ແລະ ຍົກລະດັບຂຶ້ນ, ຄູ-ອາຈານໄດ້ເພີ່ມເງິນເດືອນຂຶ້ນ, ຊັກເປີເຊັນຕໍ່ຜູ້ສິດສອນ, ມີນະໂຍບາຍພິເສດຕໍ່ຜູ້ທີ່ໄປສິດສອນຢູ່ແຖວພູດອຍ ຫ່າງໄກສອກຫຼີກ ແລະ ມີຄວາມຫຍຸ້ງຍາກ…

ເຖິງຢ່າງໃດກໍດີ ກໍຍັງມີຂໍ້ຈຳກັດບໍ່ໜ້ອຍ, ໂດຍສະເພາະແມ່ນອຸປະກອນການຮຽນ-ການສອນ ຍັງບໍ່ພຽງພໍ, ພື້ນຖານໂຄງລ່າງຍັງບໍ່ທັນດີເທົ່າທີ່ຄວນ ໂດຍສະເພາະແມ່ນຢູ່ໃນບ້ານນອກຊົນນະບົດຫ່າງໄກສອກຫຼີກ, ຖັນແຖວຄູ-ອາຈານບໍ່ພຽງພໍກັບຄວາມຮຽກຮ້ອງຕ້ອງການ, ເຖິງແມ່ນວ່າ ແຕ່ລະປີລັດຖະບານຈະເພີ່ມໂຄຕ້າໃຫ້ພະນັກງານຄູ ແລະ ແພດໝໍຫຼາຍກ່ວາທຸກຂະແໜງການກໍຕາມ.

ເຖິງຢ່າງໃດກໍດີ, ຜູ້ຂຽນຢາກຂໍແລກປ່ຽນຄຳຄິດຄຳເຫັນບາງບັນຫາດັ່ງນີ້:

ເອົາການສຶກສາໄປກ່ອນບາດກ້າວໜຶ່ງ ເຮັດໄດ້ແນວໃດແລ້ວ? - Wave100S AD to Website 2020 0 - ເອົາການສຶກສາໄປກ່ອນບາດກ້າວໜຶ່ງ ເຮັດໄດ້ແນວໃດແລ້ວ?
  1. ຄຸນນະພາບການສຶກສາ: ເຖິງແມ່ນວ່າພວກເຮົາໄດ້ມີຜົນສຳເລັດໃນການຍົກລະດັບຂອງຄູ-ອາຈານ ແລະ ນັກຮຽນໄດ້ສ່ວນໃດສ່ວນໜຶ່ງແລ້ວກໍຕາມ ແຕ່ກໍຍັງບໍ່ທັນດີເທົ່າທີ່ຄວນ. ຕໍ່ບັນຫາຄຸນນະພາບນີ້ຢາກແລກປ່ຽນວ່າ: ຄວນຍົກລະດັບຄວາມຮູ້ດ້ານວິຊາສະເພາະຂອງຄູ-ອາຈານໃຫ້ໄດ້ມາດຕະຖານກ່ອນ ເພາະວ່າ ຖ້າຄູ-ອາຈານອ່ອນ ແນ່ນອນນັກຮຽນກໍຕ້ອງອ່ອນ, ຄູ-ອາຈານແຂງນັກຮຽນກໍຕ້ອງແຂງ(ຍົກເວັ້ນກໍລະນີພິເສດ) ແລະ ພ້ອມດຽວກັນນັ້ນຜູ້ເປັນຄູກໍຕ້ອງມີຈັນຍາບັນຈັນຍາທຳ ແລະ ທີ່ສຳຄັນຕ້ອງຮູ້ສຶກສາອົບຮົມແນວຄິດຮັກຊາດ, ຮັກບ້ານເກີດເມືອງນອນ, ສຶກສາສະຕິຊາດ, ຄວາມຮັກຊາດ ແລະ ຄວາມເປັນຊາດລາວໃຫ້ເດັກຮູ້ເອກອ້າງທະນົງໃຈຕໍ່ຊາດຕົນເອງ. ຜ່ານມາເຫັນໄດ້ວ່າ ການສຶກສາດ້ານຈິດໃຈຊາດ, ຄວາມຮັກຊາດ ແລະ ຄວາມເປັນຊາດໃຫ້ເດັກນັ້ນຍັງບໍ່ທັນດີເທົ່າທີ່ຄວນ. ຢາກສຶກສາຄວາມຮັກຊາດ, ຄວາມເປັນຊາດ ແລະ ສະຕິຊາດໃຫ້ເດັກໄດ້ດີ ຕ້ອງສອນປະຫວັດສາດການກຳເນີດຊາດລາວ, ປະຫວັດສາດໃນການຕໍ່ສູ້ກອບກູ້ ແລະ ປົກປັກຮັກສາປະເທດຊາດຂອງຊາດລາວໃຫ້ເລິກຢ່າງເລິກເຊີ່ງເຖິງຖອງ ແລະ ໄນ່ທີ່ສຸດ. ບໍ່ຮຽນຮູ້ຕົ້ນກຳເນີດຂອງ, ທີ່ໄປທີ່ມາຂອງຊາດ, ປະຫວັດການຕໍ່ສູ້ປົກປັກຮັກສາປະເທດຊາດຂອງບັນພະບູລຸດລາວ ຈິດໃຈຊາດຈະບໍ່ສູງສົ່ງ. ຍ້ອນແນວນັ້ນ, ຈຶ່ງຢາກໃຫ້ຍົກຖານະບົດບາດຂອງວິຊາປະຫວັດສາດຂຶ້ນເປັນວິຊາເອກໃນຫຼັດສູດການຮຽນ- ການສອນ, ໃຫ້ຄວາມສຳຄັນວິຊາປະຫວັດສາດ. ບໍ່ຄວນປັບປຸງຫຼັກສູດຢູ່ຕະຫຼອດເວລາ, ຄວນບຳລຸງ, ຍົກລະດັບຂອງຄູອາຈານໃຫ້ສູງຂຶ້ນເລື້ອຍໆ ເພື່ອກ້າວເຖິງລະດັບຂອງພາກພື້ນ ແລະ ສາກົນ ເທື່ອລະກ້າວ.
  2. ຕ້ອງມີແຜນຊຸກຍູ້ສົ່ງເສີມຜູ້ຮຽນເກັ່ງ, ຜູ້ທີ່ຕັ້ງໃຈບໍລິສຸດໃຈຕໍ່ອາຊີບ: ນີ້ເປັນບັນຫາທີ່ສຳຄັນ ແລະ ຕ້ອງໄດ້ເອົາໃຈໃສ່ເປັນພິເສດ ຖ້າຢາກໄດ້ຄົນເກັ່ງມາຮັບໃຊ້ຊາດ ຮັບໃຊ້ປະຊາຊົນ. ເຫັນວ່າ ທີ່ຜ່ານມາບັນຫານີ້ຍັງເຮັດບໍ່ທັນໄດ້ດີ, ພວກເຮົາຍັງມີການປະຖິ້ມໃຫ້ເສຍຄົນເກັ່ງຂອງປະເທດຊາດໄປ. ໃນປະເດັນນີ້ຢາກແລກປ່ຽນວ່າ: ຄວນບໍຜູ້ໃດຮຽນເກັ່ງ ຮຽນດີ ຄວນຈະໃຫ້ການຍ້ອງຍໍ, ໃຫ້ບູລິມະສິດເປັນພິເສດໃນການເລືອກສາຂາການຮຽນ, ສາມາດເລືອກໄດ້ຕາມໃຈວິຊາ ແລະ ພາກວິຊາທີ່ເຂົາມັກ, ເມື່ອຮຽນຈົບແລ້ວ ກໍໃຫ້ເຂົາໄດ້ໂຄຕາພະນັກງານໂດຍອັດຕະໂນມັດ, ລົງທຶນຊຸກຍູ້ສົ່ງເສີມໃຫ້ເຂົາຮຽນຕໍ່, ຍົກລະດັບຕໍ່, ຂຶ້ນຊັ້ນຂັ້ນເງິນເດືອນ, ຕຳແໜ່ງໃນໜ້າທີ່ວຽກງານ…ຜ່ານມາເຄີຍເຫັນຜູ້ທີ່ຮັກອາຊີບ, ຜູ້ທີ່ຕັ້ງໃຈໃນໜ້າທີ່ວຽກງານ, ຜູ້ຮຽນເກັ່ງ ໄດ້ລາງວັນການຍ້ອງຍໍຂັ້ນຕ່າງໆມາກມາຍກ່າຍກອງ ຫຼື ຜູ້ທີ່ຮຽນຈົບມາແລ້ວລະດັບຕ່າງໆກໍມີມາກມາຍ ແຕ່ບໍ່ມີວຽກເຮັດງານທຳ ຫຼື ຖືກປະຕິເສດດ້ວຍເຫດຜົນຕ່າງໆມີຫຼາຍ. ຕໍ່ບັນຫາດັ່ງກ່າວນີ້ ຢາກໃຫ້ມີການຄົ້ນຄວ້າພິຈາລະນາຄັກແນ່ ເພື່ອວາງມາດຕະການ ຫຼື ນະໂຍບາຍອອກມາໃຫ້ເປັນຮູບປະທຳຢ່າງແທ້ຈິງ, ເຮັດຄືແນວນີ້ຈຶ່ງຈະສາມາດຊຸຍູ້ຜູ້ຮຽນເກັ່ງ ຮຽນດີ ແລະ ຜູ້ທີ່ມີນໍ້າໃຈຮັບໃຊ້ຊາດຮັບໃຊ້ປະຊາຊົນແທ້.

ການເອົາການສຶກສາ ໄປກ່ອນຂະແໜງການອື່ນບາດກ້າວໜຶ່ງ ຫຼື ເອົາການສຶກສາເປັນບູລິມະສິດນຳເບີໜຶ່ງ ແມ່ນນະໂຍບາຍທີ່ຖືກຕ້ອງ. ພ້ອມດຽວກັນນັ້ນ ລັດຖະບານກໍຄວນເບິ່ງຄືນນະໂຍບາຍຕໍ່ລະບົບການສຶກສາ ເພື່ອເຮັດແນວໃດໃຫ້ການສຶກສາຂອງລາວມີຄຸນນະພາບດີຂຶ້ນເປັນກ້າວໆ. ດຽວນີ້ລະບົບການສຶກສາຂອງພວກເຮົາໃນບັນດາປະເທດອາຊຽນອາດເວົ້າໄດ້ວ່າຢູ່ໃນລະດັບປາຍແຖວກໍວ່າໄດ້.

ເອົາການສຶກສາໄປກ່ອນບາດກ້າວໜຶ່ງ ເຮັດໄດ້ແນວໃດແລ້ວ? - WhatsApp Image 2020 05 27 at 5 - ເອົາການສຶກສາໄປກ່ອນບາດກ້າວໜຶ່ງ ເຮັດໄດ້ແນວໃດແລ້ວ?
ເອົາການສຶກສາໄປກ່ອນບາດກ້າວໜຶ່ງ ເຮັດໄດ້ແນວໃດແລ້ວ? - WhatsApp Image 2020 05 27 at 5 - ເອົາການສຶກສາໄປກ່ອນບາດກ້າວໜຶ່ງ ເຮັດໄດ້ແນວໃດແລ້ວ?
error: Alert: ເນື້ອຫາຂ່າວມີລິຂະສິດ !!