ນະຄອນໄກສອນ ພົມວິຫານ ທົດລອງຕິດຕັ້ງ ດອກໄຟເຍືອງທາງພະລັງງານແສງຕາເວັນຕາມເສັ້ນທາງເລກ 9B
September 18, 2020 - 1:57 PM


ໃນວັນທີ 12 ກັນຍາຜ່ານມານີ້, ທ່ານ ແສງທອງ ວັງແກ້ວມະນີ ເຈົ້ານະຄອນໄກສອນ ພົມວິຫານ ພ້ອມຄະນະ ເຊິ່ງປະກອບມີຫົວໜ້າຫ້ອງວ່າການປົກຄອງນະຄອນ, ຫົວໜ້າຫ້ອງການຄຸ້ມຄອງ, ພັດທະນາ ແລະ ບໍລິຫານນະຄອນ (ຄພບ) ໄດ້ລົງກວດກາເບິ່ງການທົດລອງຕິດຕັ້ງດອກໄຟ Solar cell ຫລື ດອກໄຟທີ່ໃຊ້ພະລັງງານແສງຕາເວັນເຍືອງທາງເລກ 9B ເຊິ່ງເລີ່ມຈາກຂົວສົ້ມປ່ອຍ ເຂດບ້ານນາເຊັງ ນະຄອນໄກສອນ ພົມວິຫານ ມາຮອດວົງວຽນກະບອງໃຫຍ່ ມີຈຳນວນ 106 ຕົ້ນ ໂດຍເປັນໂຄງການທົດລອງແບບສັງຄົມມີສ່ວນຮ່ວມ ແລະ ເຫັນວ່າການຕິດຕັ້ງດອກໄຟເຍືອງທາງແບບນີ້ແມ່ນມີມູນຄ່າຖືກກວ່າໄຟຟ້າແບບຕາຂາຍ. ດັ່ງນັ້ນ ຖ້າຕິດຕັ້ງສຳເລັດຈະເຮັດໃຫ້ເສັ້ນທາງເຂົ້າຕົວເມືອງນະຄອນໄກສອນ ພົມວິຫານ ມີຄວາມສວຍງາມ ແລະ ມີແສງສະຫວ່າງພຽງພໍ.