ກະຊວງການຕ່າງປະເທດຫວຽດນາມທ້ວງຕີງກໍລະນີທູດສະຫະລັດ ໂພດແຜ່ນທີ່ຫວຽດນາມລົງໃນໜ້າ ແຟນເພຈ (fanpage)ບໍ່ມີໝູ່ເກາະ ຮວາງຊາ ແລະ ເຈືອງຊາ
ແຫຼ່ງຂ່າວວັນທີ 17 ກັນຍາ ຈາກໜັງສືພິມ tienphong ໃຫ້ຮູ້ວ່າ: ທູດສະຫະລັດປະຈຳຢູ່ຫວຽດນາມໄດ້ເອົາຮູບພາບກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 53 ໂພດລົງໃນໜ້າ fanpage , ເຊິ່ງໃນນັ້ນມີທັງຮູບແຜ່ນທີ່ຂອງຫວຽດນາມ ມີ 2 ໝູ່ເກາະ ຮ່ວາງຊາ ແລະ ເຈືອງຊາ ຢູ່ນຳ, ແຕ່ຫຼັງຈາກນັ້ນ ກໍໄດ້ປ່ຽນເອົາຮູບແຜ່ນທີ່ຫວຽດນາມທີ່ບໍ່ສະແດງ 2 ໝູ່ເກາະດັ່ງກ່າວ ໂພດລົງແທນ.
ຢູ່ທີ່ກອງປະຊຸມຖະແຫຼງໃນຕອນແລງມື້ວານນີ້ ທີ 17 ກັນຍາ, ຕອບຄຳສຳພາດຂອງນັກຂ່າວ, ທ່ານນາງ ເລຖິທູຮັງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ: “ຫວຽດນາມຢືນຢັນສະເໝີຕົ້ນສະ ເໝີປາຍວ່າ: ໝູ່ເກາະຮ່ວາງຊາ ແລະ ເຈືອງຊາ ແມ່ນສ່ວນໜຶ່ງບໍ່ສາມາດຕັດແຍກອອກຈາກຫວຽດນາມໄດ້. ຫວຽດນາມມີຫຼັກຖານພຽງພໍທີ່ອ້າງອີງວ່າຕົນມີສິດອຳນາດອະທິປະໄຕຢູ່ເທິງສອງໝູ່ເກາະດັ່ງກ່າວທີ່ສອດຄ່ອງກັບກົດໝາຍສາກົນ”.
ທ່ານນາງ ຮັງ ກ່າວຕໍ່ໄປວ່າ: “ທັດສະນະບໍ່ປ່ຽນແປງ ແລະ ສະເໝີຕົ້ນສະເໝີປາຍຂອງຫວຽດນາມໄດ້ສະແດງອອກຫຼາຍເທື່ອແລ້ວ ນັບທັງຢູ່ໃນສະຫະປະຊາຊາດ ແລະ ໄດ້ຮັບຄວາມເຄົາລົບ ແລະ ໃຫ້ການສະໜັບສະໜູນຕະຫຼອດມາ”.
ຂ່າວ: ລູກເມືອງພວນ.