ອີຣານຍົກລະດັບເຕືອນໄພໂຄວິດສູງສຸດ ຫລັງຈຳນວນຜູ້ຕິດເຊື້ອ-ເສຍຊີວິດເພີ່ມຂຶ້ນບໍ່ຢຸດ


ກະຊວງສາທາລະນະສຸກອີຣານປະກາດຍົກລະດັບການເຕືອນໄພຈາກການແຜ່ລະບາດຂອງໂຄວິດ-19 ສູ່ລະດັບ “ສີແດງ” ໃນວັນທີ 18 ກັນຍາ ເຊິ່ງເປັນລະດັບສູງສຸດ ຫລັງຈາກຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດເພີ່ມຂຶ້ນຢ່າງຕໍ່ເນື່ອງ. ທັງນີ້ ອີຣານແບ່ງລະດັບການເຕືອນໄພຈາກໂຄວິດ-19 ອອກເປັນ 3 ລະດັບຄື: ສີຂາວ, ເຫລືອງ ແລະ ແດງ.
ກະຊວງສາທາລະນະສຸກອີຣານ ເປີດເຜີຍວ່າ: ປັດຈຸບັນ ອີຣານມີຈຳນວນຜູ້ຕິດເຊື້ອໄວຣັສໂຄວິດ-19 ສະສົມທັງໝົດ 416.198 ຄົນ ແລະ ມີຜູ້ເສຍຊີວິດລວມ 23.952 ຄົນ.
ເຈົ້າໜ້າທີ່ເຕືອນວ່າ: ຖ້າສະຖານະການຍັງບໍ່ດີຂຶ້ນ ຈຳນວນຜູ້ເສຍຊີວິດອາດເພີ່ມຂຶ້ນເຖິງ 45.000 ຄົນ.
ເຖິງຢ່າງໃດກໍຕາມ, ສື່ລາຍງານກ່ອນໜ້ານີ້ວ່າ: ຕົວເລກຜູ້ເສຍຊີວິດທີ່ແທ້ຈິງມີຈຳນວນສູງເກືອບ 3 ເທົ່າເມື່ອທຽບໃສ່ຕົວເລກທີ່ມີການລາຍງານຈາກລັດຖະບານ, ສ່ວນຕົວເລກຜູ້ຕິດເຊື້ອທີ່ແທ້ຈິງມີຈຳນວນສູງເກືອບ 3 ເທົ່າເມື່ອທຽບໃສ່ຕົວເລກທາງການ.
ເຖິງວ່າການອ້າງອີງຕົວເລກຜູ້ຕິດເຊື້ອ ແລະ ເສຍຊີວິດຈາກທາງການອີຣານ ເຊິ່ງເຊື່ອກັນວ່າຕໍ່າກວ່າຄວາມເປັນຈິງ ແຕ່ຕົວເລກດັ່ງກ່າວຍັງສູງທີ່ສຸດຢູ່ຕາເວັນອອກກາງ.