5 ວິທີປິ່ນປົວສິວບໍ່ມີຫົວ ເປັນຕຸ່ມແຂງໄດ້

5 ວິທີປິ່ນປົວສິວບໍ່ມີຫົວ ເປັນຕຸ່ມແຂງໄດ້ - 555 60 - 5 ວິທີປິ່ນປົວສິວບໍ່ມີຫົວ ເປັນຕຸ່ມແຂງໄດ້
5 ວິທີປິ່ນປົວສິວບໍ່ມີຫົວ ເປັນຕຸ່ມແຂງໄດ້ - kitchen vibe - 5 ວິທີປິ່ນປົວສິວບໍ່ມີຫົວ ເປັນຕຸ່ມແຂງໄດ້

ຂຶ້ນຊື່ວ່າ ສິວ ທຸກຄົນຄົງຄິດຄືກັນແມ່ນບໍ່ວ່າເປັນບັນຫາທີ່ຊວນໃຫ້ອຸກໃຈບໍ່ໜ້ອຍ ແລະ ຍິ່ງເປັນສິວບໍ່ມີຫົວນຳແລ້ວ ກໍຍິ່ງປິ່ນປົວຍາກຫລາຍຂຶ້ນຕື່ມອີກ. ສິວບໍ່ມີຫົວເອີ້ນອີກຊື່ໜຶ່ງວ່າ ສິວອັດຕັນ ບາງເທື່ອກໍເປັນຕຸ່ມແຂງ, ບີບແລ້ວເຈັບ ເຮັດໃຫ້ໝົດຄວາມໝັ້ນໃຈໄດ້ງ່າຍໆ ດັ່ງນັ້ນ ມື້ນີ້ພວກເຮົາຂໍອາສາພາມາເບິ່ງວິທີປິ່ນປົວສິວບໍ່ມີຫົວແບບງ່າຍໆດັ່ງຕໍ່ໄປນີ້ :

  1. ແຕ້ມຫົວສິວດ້ວຍຢາປິ່ນປົວສິວອັດຕັນ : ສຳລັບໃຜທີ່ໃຈຮ້ອນ ຢາກໃຫ້ສິວອັດຕັນຫາຍໄປໄວໆ ແນະນຳໃຫ້ເລືອກຢາປິ່ນປົວສິວທີ່ມີສ່ວນປະສົມຂອງ Benzoyl Peroxide ແລະ BHA ໂດຍຄວນເລືອກເປັນເນື້ອເຈວເພື່ອໃຫ້ຊຶມລົງສູ່ຫົວສິວທີ່ອັດຕັນໄດ້ຢ່າງມີປະສິດທິພາບ ຊ່ວຍລະລາຍຫົວສິວໄດ້ຢ່າງວ່ອງໄວ ເພື່ອເພີ່ມປະສິດທິພາບໃນການປິ່ນປົວສິວ ແນະນຳວ່າໃຫ້ໃຊ້ກົດ AHA ຄຽງຄູ່ໄປນຳ ຈະເຮັດໃຫ້ສິວຍຸບ ໝັ້ນໃຈ ເຜີຍຜິວໃສໄດ້ຢ່າງງ່າຍດາຍຍິ່ງຂຶ້ນ.
  2. ປະຄົບຮ້ອນ ແລະ ປະຄົບເຢັນ : ສ່ວນຫລາຍແລ້ວ ສິວບໍ່ມີຫົວຈະແຂງເປັນຕຸ່ມໂປໆຈົນທ່ານໝົດຄວາມໝັ້ນໃຈ ທ່ານຈຶ່ງຄວນປະຄົບສິວອັດຕັນເບົາໆດ້ວຍຜ້າຂົນໜູຈຸ່ມນຳ້ອຸ່ນເປັນເວລາ 3 ນາທີ ໂດຍປະຄົບໃຫ້ໄດ້ມື້ລະ 3 ເທື່ອ ເມື່ອສິວທີ່ແຂງເປັນຕຸ່ມໂປເລີ່ມຫລຸດການອັກເສບ ໃຫ້ປະຄົບເຢັນດ້ວຍຜ້າຂົນໜູຈຸ່ມນຳ້ເຢັນເທື່ອລະ 5 ນາທີ ເຮັດພຽງແຕ່ມື້ລະ 2 ເທື່ອ ສິວອັກເສບຈະຍຸບລົງຈົນທ່ານສັງເກດໄດ້.
  3. ລ້າງໜ້າດ້ວຍໂຟມທີ່ມີລິດອ່ອນ : ໃບໜ້າທີ່ເປັນສິວເກີດຈາກຄວາມບໍ່ດຸ່ນດ່ຽງ ສົ່ງຜົນໃຫ້ຜິວລະຄາຍເຄືອງ ແລະ ແພ້ງ່າຍ ເຮົາຈຶ່ງຄວນໃຊ້ໂຟມລ້າງໜ້າທີ່ສ້າງຄວາມດຸ່ນດ່ຽງໃຫ້ແກ່ຜິວ ລ້າງແລ້ວບໍ່ເຮັດໃຫ້ຜິວແຫ້ງເຄັ່ງ ຫລື ລະຄາຍເຄືອງ. ນອກຈາກນີ້, ຄວນຫລີກເວັ້ນການໃຊ້ໂຟມລ້າງໜ້າທີ່ມີເມັດຂັດຜິວ ຫລື ເມັດສະຄຣັບ ເພາະຍິ່ງເຮັດໃຫ້ສິວອັດຕັນນານເຊົາຍິ່ງຂຶ້ນ ແລະ ໂຟມລ້າງໜ້າແບບຂັດຜິວນີ້ຍັງເພີ່ມຈຳນວນສິວອັດຕັນໃຫ້ຫລາຍຂຶ້ນຕື່ມອີກ.
  4. ເລືອກໃຊ້Moisturizerທີ່ບໍ່ມີນຳ້ມັນເປັນສ່ວນປະສົມ :ການບຳລຸງຜິວໃນຂະນະທີ່ເປັນສິວ ແມ່ນສິ່ງທີ່ບໍ່ຄວນຖືເບົາ ເພາະໃນຂະນະທີ່ການໃຊ້ຢາແຕ້ມສິວຈະເຮັດໃຫ້ເກີດການຜັດປ່ຽນແຊນຜິວຈົນສົ່ງຜົນໃຫ້ຜິວລອກ ໂດຍຄວນເລືອກໃຊ້ມອຍເຈີໄຣເຊີທີ່ມີນຳ້ເປັນຄຣີມຮອງພື້ນ ແລະ ຫລີກເວັ້ນການໃຊ້ມອຍເຈີໄຣເຊີທີ່ມີນຳ້ມັນເປັນສ່ວນປະສົມ ເພາະຈະສົ່ງຜົນໃຫ້ຜິວມັນ ແລະ ເກີດສິວເພີ່ມຫລາຍຂຶ້ນ.
  5. ໃຊ້Tree Tea Oil:ແມ່ນນຳ້ມັນທີ່ສະກັດຈາກໃບຂອງຕົ້ນທີທຣີ ເຊິ່ງຈະຊ່ວຍຫລຸດການອັກເສບໃຫ້ຜິວໄດ້ ວິທີນີ້ໃຊ້ງ່າຍ ພຽງແຕ່ເອົາສຳລີຈຸ່ມນຳ້ມັນທຣີທີແລ້ວເຊັດເບົາໆໃສ່ສິວ ສິວຈະເຊົາຈາກອາການອັກເສບຂຶ້ນໄດ້.
5 ວິທີປິ່ນປົວສິວບໍ່ມີຫົວ ເປັນຕຸ່ມແຂງໄດ້ - 5 - 5 ວິທີປິ່ນປົວສິວບໍ່ມີຫົວ ເປັນຕຸ່ມແຂງໄດ້
5 ວິທີປິ່ນປົວສິວບໍ່ມີຫົວ ເປັນຕຸ່ມແຂງໄດ້ - Visit Laos Visit SALANA BOUTIQUE HOTEL - 5 ວິທີປິ່ນປົວສິວບໍ່ມີຫົວ ເປັນຕຸ່ມແຂງໄດ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!