ສໍາເລັດ ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງ ອາຊຽນ+3
September 20, 2020 - 9:30 AM
ກອງປະຊຸມລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງອາຊຽນ+3, ພາຍໃຕ້ການເປັນປະທານຮ່ວມຂອງປະເທດ ຍີ່ປຸ່ນ ແລະ ສສ ຫວຽດນາມ ໂດຍຜ່ານລະບົບ Video conference ໄດ້ຈັດຂຶ້ນໃນວັນທີ 18 ກັນຍາ 2020; ສໍາລັບສປປ ລາວ ແມ່ນນໍາໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທະນາຄານ ແຫ່ງສປປ ລາວ (ທຫລ) ພ້ອມດ້ວຍຄະນະ ເຂົ້າຮ່ວມ ໂດຍປະກອບດ້ວຍບັນດາລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງ ຂອງບັນດາປະ ເທດສະມາຊິກອາຊຽນ+3 ທັງໝົດ 19 ປະເທດ ແລະ 1 ເຂດພິເສດ ເຂົ້າຮ່ວມ.
ກອງປະຊຸມ ໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບສະພາບການພັດທະນາເສດຖະກິດມະຫາພາກຂອງພາກພື້ນ ອາຊຽນ+3 ພ້ອມທິດທາງໃນຕໍ່ໜ້າ ເພື່ອວາງນະໂຍບາຍເສດຖະກິດ-ການເງິນ ຮັບມືກັບຜົນກະທົບການແພ່ລະບາດເຊື້ອພະຍາດ COVID-19 ແລະ ຍັງໄດ້ມີການຮັບຮອງເອົາເນື້ອໃນການປັບປຸງສັນຍາການຮ່ວມມືຫລາຍຝ່າຍ ພາຍໃຕ້ຂໍ້ລິເລີ່ມຊຽງໃໝ່ (OMIM) ຊຶ່ງເປັນກົນໄກການຊ່ວຍເຫລືອທາງດ້ານການເງິນ ໃນເວລາຂາດສະພາບຄ່ອງໃນໄລຍະສັ້ນ. ນອກນີ້ ຍັງມີການປຶກສາຫາລື ກ່ຽວກັບການສ້າງຄວາມເຂັ້ມແຂງ ໃນການຕິດຕາມສະພາບເສດຖະກິດມະຫາພາກຂອງພາກພື້ນອາຊຽນ+3 ຂອງອົງການ AMRO ແລະ ວຽກງານຂໍ້ລິເລີ່ມຕະຫລາດພັນທະບັດອາຊີ (ABMI) ເພື່ອສົ່ງເສີມການອອກພັນທະບັດ ເປັນສະກຸນເງິນທ້ອງຖິ່ນຂອງອາຊຽນ+3.
ກອງປະຊຸມ AFMGM+3 ໄດ້ຮັບຜົນສໍາເລັດຢ່າງຈົບງາມ ທ່າມກາງການປະກອບຄໍາເຫັນຂອງບັນດາປະເທດສະມາຊິກ ດ້ວຍບັນຍາກາດທີ່ດີ ທັງນີ້ກໍເພື່ອເສີມຂະຫຍາຍການຮ່ວມມືໃນພາກພື້ນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເລື້ອຍໆ.
ຂ່າວ: ຣັດສະໝີ