ເກົາຫຼີໃຕ້ປະກາດປະຕິບັດໄລຍະຫ່າງທາງສັງຄົມລະດັບ 2
ວັນທີ 20 ກັນຍາ, ແຫຼ່ງຂ່າວຕ່າງປະເທດໃຫ້ຮູ້ວ່າ: ທາງການເກົາຫຼີໃຕ້ຖະແຫຼງຂະຫຍາຍການປະກາດໃຊ້ມາດຕະການເວັ້ນໄລຍະຫ່າງທາງສັງຄົມລະດັບ 2 ອອກໄປອີກ 1 ອາທິດ ຈົນເຖິງວັນທີ 27 ກັນຍາ ຊຶ່ງຈະເປັນການຈຳກັດການຊຸມນຸມໃນຮົ່ມບໍ່ເກີນ 50 ຄົນ ແລະ ກາງແຈ້ງບໍ່ເກີນ 100 ຄົນ ແລະ ອາດມີການອອກຂໍ້ຈຳກັດອື່ນໆສຳລັບວັນພັກເທດສະການ ຊູຊ໊ອກ ຫຼື ວັນຂອບໃຈພະເຈົ້າຂອງຊາວເກົາຫຼີໃຕ້ ຊຶ່ງຖືວ່າເປັນຄວາມສຳຄັນທີ່ຊາວເກົາຫຼີໃຕ້ໃຫ້ຄວາມສຳຄັນ, ຊື່ງຄອບຄົວທີ່ອາໄສຢູ່ຕ່າງຖິ່ນຈະພາກັນກັບມາລວມຕົວກັນ.
ທັງນີ້ເກົາຫຼີໃຕ້ມີ ລາຍງານຜູ້ຕິດເຊື້ອໄວຣັສໂຄວິດ-19 ລາຍໃໝ່ 82 ຄົນ ມື້ວັນເສົາຜ່ານມາ, ໂດຍໃນຈຳນວນນີ້ມີ 12 ຄົນເປັນການຕິດເຊື້ອໃນຊຸມຊົນ, ໂດຍຕົວເລກຜູ້ຕິດເຊື້ອດັ່ງກ່າວ ເປັນການຕິດເຊື້ອລາຍວັນຕໍ່າທີ່ສຸດ ນັບຕັ້ງແຕ່ກາງເດືອນສິງຫາ ແລະ ຂະນະນີ້ ເກົາຫຼີໃຕ້ມີຍອດຜູ້ຕິດເຊື້ອສະສົມຢູ່ທີ່ 22.975 ຄົນ, ເສຍຊີວິດແລ້ວ 383 ຄົນ.
ກ່ອນໜ້ານີ້ເກົາຫຼີໃຕ້ຕ້ອງປະເຊີນກັບການລະບາດຮອບ 2 ໃນເດືອນສິງຫາ ຊຶ່ງຜູ້ຕິດເຊື້ອສ່ວນໃຫ່ຍມາຈາກການຊຸມນຸມທາງການເມືອງ ຊຶ່ງໃນຂະນະນັ້ນ ເກົາຫຼີໃຕ້ ພົບຜູ້ຕິດເຊື້ອໃໝ່ສູງກ່ວາເຖິງ 400 ຄົນຕໍ່ວັນ ກ່ອນທີ່ຕົວເລກຈະຫຼຸດລົງສູ່ລະດັບຕໍ່າທີ່ສຸດໃນຊ່ວງເດືອນກັນຍາ.
ຂ່າວ: ລູເມືອງພວນ.