ໂນອຶນ ! ພາຍຸຮ່າໃຫຍ່ເຂົ້າບ້ານທຳລາຍທຸກສິ່ງຢ່າງທີ່ຂວາງໜ້າ
ໂດຍ: ທິດກໍ່າ
ສັງເກດເຫັນໄດ້ວ່າ: ການມາຂອງພາຍຸແຕ່ລະປີມັນຈະບໍ່ຄືກັນ ແລະ ຊື່ກໍຕ່າງກັນເຊັ່ນ: ໃນທ້າຍລະດູຝົນຂອງປີນີ້ມັນມີຊື່ວ່າ “ໂນອຶນ” ເປັນພາຍຸທີ່ຮ້າຍແຮງແຊງໜ້າພາຍຸອື່ນໆໃນແຕ່ລະປີ ແລະ ນັບມື້ຮຸນແຮງຮ້າຍກາດຂຶ້ນເລື້ອຍໆ. ອັນສາເຫດກໍຍ້ອນວ່າມັນມີຄວາມໄວເຖິງ 80 ຫາ 100 ກິໂລແມັດຕໍ່ຊົ່ວໂມງ. ຖ້າເຮົາຈະມາປຽບທຽບໃສ່ລົດທີ່ແລ່ນໃນຖະໜົນຫົນທາງສາຍຫລັກໆຢູ່ບ້ານເຮົາກໍໝາຍຄວາມວ່າເທົ່າກັນເປະເລີຍ. ຍ້ອນຄວາມໄວຂອງພາຍຸດັ່ງກ່າວຈຶ່ງເຮັດໃຫ້ທຸກສິ່ງທຸກຢ່າງທີ່ຂວາງໜ້າຕ້ອງພັງທະລາຍເດຍລະດາດໄປຕາມໆກັນຢ່າງຮາບຄາບ, ແມ້ແຕ່ເສົາໄຟຟ້າກໍຫັກ, ຄົນຍ່າງ, ຂີ່ລົດຖີບ, ຂີ່ລົດຈັກ, ລົດໃຫຍ່ກໍແມ່ນຈັ້ງທ່າບໍ່ຢູ່ ຫລືວ່າ ລົ້ມປິ້ນພິກຂວ້ຳພິກຫງາຍ. ນອກຈາກນີ້ ຕົ້ນໄມ້ໃບຫຍ້າ, ເຄື່ອງປູກຂອງຝັງ ຕະຫລອດຮອດເຮືອນຊາຍບ້ານຊ່ອງ, ສິ່ງສາທາລະນະຈຳນວນຫລວງຫລາຍແມ່ນຖືກເພພັງຈົນນັບບໍ່ຖ້ວນ. ນີ້ຄືຄວາມອັນຕະລາຍຮ້າຍກາດຂອງພາຍຸ “ໂນອຶນ” ເຊິ່ງເຫັນແລ້ວມັນກໍເປັນຕາໜ່າຍ ແລະ ໜ້າຢ້ານກົວທີ່ສຸດ.
ຈາກຄວາມເປັນອັນຕະລາຍຮ້າຍກາດ ແລະ ມີຜົນກະທົບຮ້າຍແຮງຂອງພາຍຸຊະນິດນີ້, ຜ່ານການຕິດຕາມແຫລ່ງຂ່າວຄາວເຫັນວ່າທາງເພື່ອນບ້ານເຮົາ ສສ ຫວຽດນາມ ແມ່ນມີການເສຍຫາຍຢ່າງໜັກໜ່ວງ ຈົນເຖິງຂັ້ນໄດ້ຍົກຍ້າຍປະຊາຊົນໜີໄພຫລາຍກວ່າ 1 ລ້ານຄົນ. ນອກຈາກນັ້ນ ສິ່ງສາທາລະນຸປະໂພກກໍຖືກລົມພາຍຸໂນອຶນພັດຖະຫລົ່ມເສຍຫາຍຈົນນັບບໍ່ຖ້ວນ. ບັນດາແຂວງທີ່ຖືກຜົນກະທົບຮ້າຍແຮງທີ່ສຸດກໍແມ່ນແຂວງກວາງບິງ, ກວາງຈິ ແລະ ເທີ່ທຽນ-ເຫວ້ ຈົນເຖິງຂັ້ນໄດ້ສັ່ງປິດໂຮງຮຽນ ລວມທັງຫາດຊາຍຝັ່ງທະເລທ່ອງທ່ຽວຕ່າງໆກໍປິດເປັນການຊົ່ວຄາວ. ແຫລ່ງຂ່າວຍັງບອກວ່າ ເພື່ອຊ່ວຍເຫລືອປະຊາຊົນຜູ້ທີ່ຖືກຜົນກະທົບ, ລັດຖະບານຫວຽດນາມໄດ້ສັ່ງໃຫ້ກຳລັງທະຫານປະຈຳພາກ ແລະ ທະຫານຊາຍແດນຫລາຍກວ່າ 250.000 ຄົນເຂົ້າຊ່ວຍເຫລືອປະຊາຊົນໃນພື້ນທີ່ທີ່ຖືກຜົນກະທົບ ທັງນ້ຳຖ້ວມ ທັງລົມພັດຢ່າງເປັນການໃຫຍ່.
ແນວໃດກໍດີ, ການມາຂອງພາຍຸ “ໂນອຶນ” ຄັ້ງນີ້, ສປປ ລາວເຮົາ ກໍມີຜົນກະທົບເໝືອນກັນ ເປັນຕົ້ນນັບແຕ່ແຂວງພາກກາງລົງໄປຫາພາກໃຕ້ເຊັ່ນ: ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ແຕ່ວ່າມີຜົນກະທົບໜ້ອຍຫລາຍແຕກຕ່າງກັນ ໂດຍສະເພາະແມ່ນພື້ນທີ່ຖືກນ້ຳຖ້ວມໃນຫລາຍບ້ານ, ຫລາຍເມືອງ ແລະ ຫລາຍທ້ອງຖິ່ນ ແຕ່ກໍບໍ່ຮ້າຍແຮງເໝືອນດັ່ງເພື່ອນບ້ານ ສສ ຫວຽດນາມ.
ພາຍຸໂນອຶນ ເປັນໄພພິບັດທາງທຳມະຊາດທີ່ຮ້າຍແຮງຢ່າງໃຫຍ່ຫລວງສຳລັບປີນີ້ ມັນປຽບເໝືອນຮ່າເຂົ້າບ້ານ ແລະ ອາລະວາດທຸກສິ່ງຢ່າງທີ່ຂວາງໜ້າ. ແຕ່ຍັງພໍໄຄ ສປປ ລາວ ຂອງພວກເຮົາຍັງບໍ່ມີຜູ້ໃດເສຍຊີວິດຍ້ອນ. ຕົກມາຮອດຊ່ວງນີ້ຍັງຢູ່ໃນລະຫວ່າງເດືອນກັນຍາ 2020 ເປັນເດືອນ 10 ລາວແລ້ວ. ໄປຮອດເດືອນຕຸລາຂອງປີ 2020 ກໍຈະກ້າວເຂົ້າເດືອນ 11 ລາວ ປີ 2563 ອັນເປັນໄລຍະກ້າວເຂົ້າຍາມໜາວ ແລະ ເປັນລະດູແລ້ງ ຄາດວ່າຟ້າຝົນມັນກໍອາດຈະຮ້ວຍ ແລະ ໝົດໄປຕາມວັດຕະຈັກຂອງດິນຟ້າອາກາດ, ແຕ່ກໍຍັງບໍ່ແນ່ນອນ ເພາະຕົກມາເຖິງຍຸກນີ້ ສະພາບດິນຟ້າອາກາດຂອງໂລກມັນມີການປ່ຽນແປງໄປຫລາຍແລ້ວ. ຄາດກະວ່າຈາກນີ້ໄປຮອດເດືອນຕຸລາ ຝົນມັນອາດຈະຕົກຕື່ມ ແຕ່ຈະໜ້ອຍ ຫລື ຫລາຍ, ຄ່ອຍ ຫລື ແຮງນັ້ນ ບໍ່ມີໃຜຄາດເດົາໄດ້ລ່ວງໜ້າຢ່າງຊັດເຈນ ຈຶ່ງຂໍໃຫ້ພວກເຮົາພ້ອມກັນຕິດຕາມສະພາບດິນຟ້າອາກາດຈາກອຸຕຸນິຍົມ ແລະ ອຸທົກກະສາດຢ່າງໃກ້ຊິດ. ແຕ່ກໍໝັ້ນໃຈຢ່າງຍິ່ງວ່າ ໃນປີ 2020 ອາດບໍ່ຄືປີ 2017 ແລະ 2018 ຈົນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກຢູ່ເມືອງສະໜາມໄຊ ແຂວງອັດຕະປື ແລະ ນ້ຳຖ້ວມ 2 ແຂວງພາກກາງ ແລະ 4 ແຂວງພາກໃຕ້.
ເຖິງຢ່າງໃດກໍດີ, ໃນເງື່ອນໄຂທີ່ໂລກນັບມື້ມີການປ່ຽນແປງ ດິນຟ້າອາກາດກໍມີການປ່ຽນແປງໄປໃນທຸກໄລຍະ. ຈາກສາເຫດດັ່ງກ່າວຈະເຮັດໃຫ້ເກີດໄພພິບັດຕ່າງໆທີ່ບໍ່ຄາດຄິດ ເປັນຕົ້ນຮ້ອນເກີນໄປ, ໜາວເກີນໄປ, ເກີດແຜ່ນດິນໄຫວ, ເກີດພາຍຸ ທັງຝົນທັງລົມ ອັນຈະເຮັດໃຫ້ມີຜົນກະທົບຢ່າງໃຫຍ່ຫລວງຕໍ່ຊີວິດອິນຊີຂອງຄົນເຮົາ ແລະ ເສດຖະກິດ-ສັງຄົມຂອງປະເທດຊາດ. ເພາະສະນັ້ນ ຈຶ່ງຂໍໃຫ້ທຸກຄົນມີສະຕິໃນການດຳລົງຊີວິດ. ຄວາມປອດໄພ ແລະ ຄວາມສັນຕິສຸກຂອງສັງຄົມບ້ານເມືອງເປັນຍອດປາຖະໜາຂອງພວກເຮົາໃນຍຸກໂລກາພິວັດ.










