ໃນວັນທີ 28 ກັນຍານີ້ ກົມລ້ຽງສັດ ແລະ ການປະມົງ ຈະໃຫ້ບໍລິການສັກຢາກັນພະຍາດວໍ້ສຳລັບສັດລ້ຽງໂດຍບໍ່ເສຍຄ່າ
ໃນວັນທີ 21 ກັນຍານີ້, ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນການກະກຽມສະເຫລີມສະຫລອງວັນຕ້ານພະຍາດວໍ້ໂລກວັນທີ 28 ກັນຍາ.
ຜູ້ຕາງໜ້າເຂົ້າຮ່ວມ
ເພື່ອປູກຈິດສຳນຶກໃຫ້ສັງຄົມຄວາມເຂົ້າໃຈຕໍ່ຄວາມຮ້າຍແຮງຂອງພະຍາດວໍ້ ແລະ ໃຫ້ມີສ່ວນຮ່ວມຫລາຍຂຶ້ນ. ໂດຍສະເພາະແມ່ນຄວາມຮັບຜິດຊອບໃນການລ້ຽງໝາ-ແມວ ແລະ ສັດອື່ນໆຂອງຕົນ ໃນການຕ້ານພະຍາດດັ່ງກ່າວ, ເຊິ່ງການສະເຫລີມສະຫລອງວັນສຳຄັນດັ່ງກ່າວນີ້ຈະຈັດຂຶ້ນຢູ່ສວນເຈົ້າຟ້າງຸ່ມ ນະຄອນຫລວງວຽງຈັນ ເລີ່ມແຕ່ເວລາ 08:30-16:00 ໂມງຂອງວັນທີ 28 ກັນຍານີ້, ເຊິ່ງຈະມີກິດຈະກໍາຕ່າງໆຄື: ແລກປ່ຽນຄຳຄິດເຫັນ, ການຖາມ-ຕອບກ່ຽວກັບພະຍາດວໍ້ ແລະ ຈະໃຫ້ບໍລິການສັກຢາກັນພະຍາດວໍ້ໃຫ້ແກ່ສັດລ້ຽງໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ.
ທ່ານ ນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ
ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໃຫ້ຮູ້ວ່າ: ພະຍາດວໍ້ ເປັນພະຍາດທີ່ຮ້າຍແຮງສຳລັບຄົນ ແລະ ສັດ, ຖ້າຕິດເຊື້ອພະຍາດວໍ້ນີ້ແລ້ວແມ່ນບໍ່ສາມາດປິ່ນປົວໃຫ້ຫາຍດີໄດ້; ແຕ່ພວກເຮົາສາມາດປ້ອງກັນບໍ່ໃຫ້ສັດ ແລະ ຄົນ ເປັນພະຍາດວໍ້ໄດ້ດ້ວຍການສັກຢາກັນວໍ້, ດັ່ງຄຳເວົ້າທີ່ວ່າ “ສັກຢາກັນວໍ້ໃຫ້ໝາ-ແມວ ສາມາດປ້ອງກັນຊີວິດຂອງຄົນເຮົາໄວ້ໄດ້”.
ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້
ສິ່ງນີ້, ແມ່ນໄດ້ຮັບການຢືນຢັນມາຫລາຍກວ່າຮ້ອຍປີແລ້ວ ເຊິ່ງນັບແຕ່ໂລກເຮົາໄດ້ຄົ້ນພົບ ແລະ ຜະລິດຢາກັນວໍ້ຄັ້ງທຳອິດ ໂດຍທ່ານ ຫລຸຍ ປັດສະເຕີ ນັກປາດຝຣັ່ງ ໃນປີ 1885 ແລະ ນັບແຕ່ນັ້ນມາອັດຕາການລະບາດຂອງພະຍາດວໍ້ຢູ່ໃນໂລກມີຈຳນວນຫລຸດລົງເລື້ອຍໆ ເຮັດໃຫ້ມີຫລາຍປະເທດສາມາດກຳຈັດ ແລະ ປະກາດລົບລ້າງພະຍາດວໍ້ໃຫ້ໝົດໄປຢ່າງຊິ້ນເຊີງຈາກປະເທດຂອງຕົນ ເປັນຕົ້ນແມ່ນ: ສປ ຈີນ, ສ ເກົາຫລີ, ຍີ່ປຸ່ນ, ອົດສະຕຣາລີ, ນິວຊີແລນ ແລະ ຫລາຍປະເທດໃນເຂດເອີຣົບ ແລະ ອາເມລິກາ ອີກດ້ວຍ.
ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ










