ສະຫລຸບບັນຫາໜ້າສົນໃຈທົ່ວໂລກ ວັນທີ 21 ກັນຍາ 2020
- ປະທານາທິບໍດີ ໂດນັລ ທຣຳ ໄດ້ມອບຄຳອວຍພອນຂອງທ່ານໃຫ້ແກ່ດີລຂໍ Oracle ແລະ Walmart ໃນການເຂົ້າຖືຫຸ້ນ 20% ຂອງ TikTok.
ຂະນະດຽວກັນ ການຫ້າມ TikTok ທີ່ຈະມີຜົນບັງຄັບໃຊ້ໃນວັນທີ 21 ກັນຍາ ຈະຖືກເລື່ອນອອກໄປຈົນຮອດວັນທີ 27 ກັນຍາ 2020 ເຊິ່ງເປັນມື້ທີ່ຂໍ້ຕົກລົງຂອງພວກເຂົາຈະສິ້ນສຸດລົງ, ສ່ວນທາງຜູ້ພິພາກສາໄດ້ຍົກເລີກຄຳສັ່ງຂອງກະຊວງການຄ້າທີ່ບັງຄັບໃຫ້ App Stores ອາເມລິກາລົບ WeChat ອອກຈາກໜ້າຮ້ານຄ້າຂອງພວກເຂົາ.
- ລັດວິກຕໍເຣຍ ເຊິ່ງເປັນພື້ນທີ່ທີ່ມີການລະບາດຂອງ COVID-19 ຮຸນແຮງທີ່ສຸດໃນອົດສະຕຣາລີ ຫລ້າສຸດມີຜູ້ຕິດເຊື້ອໃໝ່ 14 ຄົນໃນວັນທີ 20 ກັນຍາຜ່ານມາ ເຊິ່ງເປັນຈຳນວນຕໍ່າທີ່ສຸດນັບແຕ່ເດືອນມິຖຸນາ. ຂະນະທີ່ ສ.ເກົາຫລີ ປະກາດວ່າຜູ້ຕິດເຊື້ອໃໝ່ໃນ 24 ຊົ່ວໂມງ ຫລຸດລົງຕໍ່າກວ່າ 100 ຄົນເປັນຄັ້ງທຳອິດໃນຮອບເດືອນ.
ເຖິງຢ່າງໃດກໍຕາມ, ອິນເດຍລາຍງານຜູ້ຕິດເຊື້ອໃໝ່ຢ່າງໜ້ອຍ 90.000 ຄົນໄລຍະ 6 ມື້ຜ່ານມາ ແລະ ມີຜູ້ເສຍຊີວິດທີ່ຢືນຢັນແລ້ວເກືອບ 87.000 ຄົນ, ສ່ວນທົ່ວໂລກນັ້ນ ຈຳນວນຜູ້ເສຍຊີວິດຈາກ COVID-19 ທີ່ໄດ້ຮັບການຢືນຢັນແລ້ວກຳລັງຈະຮອດ 1.000.000 ຄົນ.
- ຜູ້ປະທ້ວງຢູ່ໄທໄດ້ມີການແຫ່ຂະບວນໃນວັນທີ 19 ກັນຍາຜ່ານມາ ຢູ່ບໍລິເວນອ້ອມຮອບມະຫາຣາຊະວັງຂອງນະຄອນຫລວງບາງກອກ ເພື່ອຮຽກຮ້ອງໃຫ້ຍົກເລີກລະບົບສັກດີນາ ຂໍໃຫ້ປະຊາຊົນມີອາຍຸຍືນຍາວ.
ແລະ ຈົນມາຮອດວັນທີ 20 ກັນຍາ ພວກເຂົາອອກມາຮຽກຮ້ອງການປະຕິຮູບ 10 ປະການ ແລະ ມີການຕິດປ້າຍປະກາດວ່າ: ປະເທດໄທເປັນຂອງປະຊາຊົນ ບໍ່ແມ່ນພະມະຫາກະສັດ ຢູ່ບໍລິເວນໃກ້ພະຣາຊະວັງ. ຂະນະດຽວກັນ ນ້ຳສຽງຂອງພັກຝ່າຍອະນຸລັກນິຍົມກຳລັງເປັນໜ້າສັງເກດໃນປະເທດທີ່ມີກົດໝາຍບັນຍັດວ່າ ການວິພາກວິຈານສະຖາບັນກະສັດນັ້ນເປັນເລື່ອງຜິດກົດໝາຍ ແລະ ຈະໄດ້ຮັບການລົງໂທດຢ່າງຮຸນແຮງ.
- Lisa Murkowski ໄດ້ເຂົ້າຮ່ວມກັບ Susan Collins ເຊິ່ງທັງ 2 ເປັນວຸດທິສະມາຊິກຂອງພັກຝ່າຍ Republican ໃນການຮຽກຮ້ອງໃຫ້ຕັ່ງຂອງ Ruth Bader Ginsburg ໃນສານດີກາຍັງວ່າງເປົ່າໄປຈົນກວ່າຈະມີການເລືອກຕັ້ງປະທານາທິບໍດີໃນເດືອນພະຈິກ.
ຂະນະດຽວກັນ ປະທານາທິບໍດີ ໂດນັລ ທຣຳ ປະກາດວ່າ ທ່ານຈະສະເໜີຊື່ຜູ້ຍິງຄົນໜຶ່ງ ເພື່ອເຕີມເຕັມບ່ອນນັ່ງນັ້ນພາຍໃນ 1 ອາທິດ ຖ້າບໍ່ມີການສະເໜີຊື່ຈາກພັກ Democrat ຫລື ຝ່າຍສະໜັບສະໜູນອິດສະຫລະ ໂດຍຜູ້ທີ່ຈະສະເໜີຊື່ທ້າຊີງກັບ ທຣຳ ນັ້ນ ຈຳເປັນຕ້ອງມີຄະແນນສຽງຕໍ່ຕ້ານຈາກພັກລີພັບລິກັນ 4 ສຽງ ເພື່ອປິດກັ້ນການຢືນຢັນຂອງທ່ານ.
- Hassan Rouhani ປະທານາທິບໍດີຂອງອີຣານ ກ່າວວ່າ ອີຣານຈະຕອບໂຕ້ຢ່າງໜັກໜ່ວງຕໍ່ການກັ່ນແກ້ງຂອງອາເມລິກາ ຫລັງຈາກອາເມລິກາພະຍາຍາມຈະຂະຫຍາຍໄລຍະເວລາຂອງມາດຕະການຂວ້ຳບາດຂອງ UN.
ຝ່າຍບໍລິຫານຂອງ ທຣຳ ພະຍາຍາມກະຕຸ້ນໃຫ້ສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເຊິ່ງເປັນຜູ້ຮ່ວມກຳນົດຂໍ້ຕົກລົງຂວ້ຳບາດນິວເຄຼຍອີຣານໃນປີ 2015 ກັບມາໃຊ້ມາດຕະການຂວ້ຳບາດອີກ.
ເຖິງຢ່າງໃດກໍຕາມ, ປັດຈຸບັນ ສະມາຊິກສະພາຄົນອື່ນໆກ່າວວ່າ ອາເມລິກາໄດ້ສະຫລະອຳນາດໃນການດຳເນີນການດັ່ງກ່າວໄປແລ້ວ ຫລັງຈາກ ທຣຳ ຕັດສິນໃຈປະຖິ້ມຂໍ້ຕົກລົງໃນປີ 2018 ແລະ ພວກເຂົາບໍ່ເຫັນພ້ອມທີ່ຈະກັບມາໃຊ້ມາດຕະການຂວ້ຳບາດອີກ.
ຜູ້ປະທ້ວງໄດ້ອອກມາຊຸມນຸມກັນຢ່າງຕໍ່ເນື່ອງເປັນອາທິດທີ 6 ຕິດຕໍ່ກັນແລ້ວຢູ່ເມືອງ Minsk ປະເທດເບລາຣຸສ ເພື່ອຮຽກຮ້ອງໃຫ້ Alexander Lukashenko ປະທານາທິບໍດີທີ່ຖືກກ່າວວ່າຊະນະການເລືອກຕັ້ງມາແບບຜິດກົດໝາຍອອກໄປຈາກປະເທດ.
ທາງສະຫະພາບເອີຣົບ ຫລ້າສຸດໄດ້ສາບານວ່າຈະໃຊ້ມາດຕະການຂວ້ຳບາດຕໍ່ເບລາຣຸສ ຫລັງຈາກ Lukashenko ຮິບທອນສິດໃນການເລືອກຕັ້ງຂອງປະຊາຊົນໃນເດືອນສິງຫາຜ່ານມາ, ແຕ່ມາຮອດປັດຈຸບັນ ພວກເຂົາຍັງເຮັດພຽງເລັກໜ້ອຍເທົ່ານັ້ນ. ຂະນະດຽວກັນ ແຮັກເກີໄດ້ມີການປ່ອຍຂໍ້ມູນສ່ວນບຸກຄົນຂອງສະມາຊິກ 1.000 ຄົນຂອງກອງກຳລັງຮັກສາຄວາມປອດໄພຂອງລັດຖະບານ ເຊິ່ງເປັນເຄື່ອງມືຫລັກໃນການຮັກສາອຳນາດຂອງ Lukashenko.
ຫລັງຈາກພົບໂລງສົບ 13 ໂລງໃນບໍ່ນ້ຳທີ່ຫາກໍຄົ້ນພົບຢູ່ສຸສານ Saqqara ເຊິ່ງອົງການ UNESCO ຍົກໃຫ້ເປັນມໍລະດົກໂລກ ຕັ້ງຢູ່ທາງຕອນໃຕ້ຂອງນະຄອນຫລວງໄຄໂຣ (Cairo) ປະເທດເອຢິບ.
ຫລ້າສຸດໃນຕົ້ນເດືອນນີ້ ນັກບູຮານຄະດີໄດ້ຂຸດພົບໂລງສົບເພີ່ມອີກ 14 ໂລງ ເຊິ່ງຖືກຝັງມາດົນກວ່າ 2.500 ປີແລ້ວ ແຕ່ໂລງສົບທີ່ເຮັດດ້ວຍໄມ້ຍັງມີສີສັນສົດໃສ ແລະ ຄິດວ່າບໍ່ເຄີຍຖືກເປີດອອກມາກ່ອນ ຫລັງຈາກຝັງເອົາໄວ້.
ຜູ້ຊ່ຽວຊານກ່າວວ່າ ນີ້ຄື 1 ໃນການຄົ້ນພົບໃຫຍ່ທີ່ສຸດໃນສາດບູຮານຄະດີປະເພດນີ້.









