ອັງກິດປະກາດແຈກເງິນໃຫ້ຜູ້ທີ່ມີລາຍໄດ້ໜ້ອຍ ຫາກກວດພົບເຊື້ອໂຄວິດ – 19
ລັດຖະມົນຕີວ່າການກະຊວງສາທາລະນະສຸກ ອອກນະໂຍບາຍເພື່ອຊະລໍການລະບາດຮອບສອງຂອງເຊື້ອ ໂຄວິດ – 19 ຫວັງວ່າປະຊາຊົນຈະໃຫ້ການຮ່ວມມືໃນການເຂົ້າຮັບການກວດຫລາຍຂື້ນ ຫາກຕ້ອງສົງໄສວ່າຕົນເອງອາດຈະໄດ້ຮັບເຊື້ອ.
ວັນທີ 21 ກັນຍານີ້. ສຳນັກຂ່າວສະກາຍ (Sky) ລາຍງານໃນການຖະແຫຼງນະໂຍບາຍຕໍ່ສະພາຂອງທ່ານ ແມັດ ແຮັນຄອກ (Matt Hancock) ລັດຖະມົນຕີວ່າການກະຊວງສາທາລະນະສຸກ ຂອງສະຫະຣາຊາອານາຈັກ ໃນຄວາມພະຍາຍາມທີ່ຈະຄວບຄຸມການແຜ່ລະບາດຂອງໂຄວິດ -19 ທີ່ປັດຈຸບັນສະຫະຣາຊາອານາຈັກກຳລັງຜະເຊິນກັບການລະບາດຮອບທີສອງ ໂດຍໃນວັນທີ 21 ກັນຍາ ມີຜູ້ຕິດເຊື້ອສູງເຖິງ 4,368 ຄົນ.
ທ່ານແຮັນຄອກປະກາດວ່ານັບແຕ່ວັນທີ 28 ກັນຍາ ເປັນຕົ້ນໄປ ຄົນອັງກິດທີ່ມີລາຍໄດ້ໜ້ອຍ ແຕ່ຕ້ອງກັກໂຕ ແລະບໍ່ສາມາດເຮັດວຽກໃນເຮືອນໄດ້ ຈະໄດ້ຮັບເງິນຊ່ວຍເຫລືອຈຳນວນ 500 ປອນຈາກລັດຖະບານ.
ສະກອດແລ່ນ ເວສ໌ ແລະໄອແລນເໜືອ ຈະໄດ້ຮັບການຈັດສັນງົບປະມານເພື່ອນຳໄປຊ່ວຍເຫຼືອໃນລັກສະນະດຽວກັນເປັນໄປຕາມລຳດັບຖັດໄປ.
ນອກຈາກນັ້ນຍັງອາດຕ້ອງລ໊ອກດາວບາງເມືອງເປັນພິເສດ ເຊັ່ນເມືອງລິເວີພູລ ທີ່ມີຜູ້ຕິດເຊື້ອໃນອັດຕາທີ່ສູງກວ່າ 120 ຄົນຕໍ່ປະຊາກອນ 100.000 ຄົນ.









