ທ່ານ ທຣຳ ໃຫ້ເກຣດ A+ ແຜນຮັບມືໂຄວິດ-19 ຂອງຕົນ ເຖິງວ່າຈຳນວນຜູ້ເສຍຊີວິດຢູ່ອາເມລິກາໃກ້ຮອດ 2 ແສນຄົນ
ໃນວັນທີ 21 ກັນຍານີ້, ປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ໃຫ້ເກຣດ A+ ມາດຕະການຮັບມືໂຄວິດ-19 ຂອງຕົນເອງ ເຖິງວ່າຈະມີຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ຢູ່ອາເມລິກາໃກ້ຮອດ 2 ແສນຄົນແລ້ວກໍຕາມ.
ຫລ້າສຸດການແຜ່ລະບາດຂອງໂຄວິດ-19 ກຳລັງຈະກ້າວເຂົ້າສູ່ເດືອນທີ 9 ທົ່ວໂລກມີຜູ້ຕິດເຊື້ອສະສົມເກີນ 31 ລ້ານຄົນແລ້ວ (31.196.543 ຄົນ), ປິ່ນປົວຫາຍ 23 ລ້ານກວ່າຄົນ (23.093.332 ຄົນ) ຫລື 2 ໃນ 3 ຂອງຜູ້ຕິດເຊື້ອທັງໝົດ, ເສຍຊີວິດແລ້ວ 962.793 ຄົນ ອັດຕາການເສຍຊີວິດປະມານ 3% ໂດຍພົບຜູ້ຕິດເຊື້ອເພີ່ມເກີນມື້ລະ 1 ແສນຄົນຕິດຕໍ່ກັນເຖິງ 119 ມື້ ນັບແຕ່ວັນທີ 27 ພຶດສະພາຜ່ານມາ.
ອາເມລິກາຍັງເປັນປະເທດທີ່ພົບຜູ້ຕິດເຊື້ອສະສົມຫລາຍທີ່ສຸດໃນໂລກ (6.832.970 ຄົນ), ຂະນະທີ່ອິນເດຍຢູ່ອັນດັບສອງ (5.487.580 ຄົນ), ເບຣຊິນ (4.544.629 ຄົນ), ຣັດເຊຍ (1.105.048 ຄົນ) ແລະ ເປຣູ (768.895 ຄົນ), ພົບຜູ້ຕິດເຊື້ອແລ້ວຢ່າງໜ້ອຍ 181 ຈາກ 193 ປະເທດທົ່ວໂລກ ມີພຽງຕີມໍເລສເຕ, ເຊນວິນເຊນ ແລະ ເກຣເນດີນ, ມາເກົາ, ເກຣນາດາ ແລະ ນະຄອນລັດວາຕິກັນເທົ່ານັ້ນທີ່ຜູ້ຕິດເຊື້ອໂຄວິດ-19 ທັງໝົດຫາຍດີແລ້ວ ແລະ ຍັງບໍ່ພົບຜູ້ຕິດເຊື້ອໃໝ່ເພີ່ມອີກ.









