ລັດເຊຍບໍ່ຍອມຮັບເງື່ອນໄຂຂອງ ສ. ອາເມລິກາ ໃນການຕໍ່ສັນຍານິວເຄຼຍສອງຝ່າຍ

ລັດເຊຍບໍ່ຍອມຮັບເງື່ອນໄຂຂອງ ສ. ອາເມລິກາ ໃນການຕໍ່ສັນຍານິວເຄຼຍສອງຝ່າຍ - Time fo an Adventure 2020 09 22T155656 - ລັດເຊຍບໍ່ຍອມຮັບເງື່ອນໄຂຂອງ ສ. ອາເມລິກາ ໃນການຕໍ່ສັນຍານິວເຄຼຍສອງຝ່າຍ
ລັດເຊຍບໍ່ຍອມຮັບເງື່ອນໄຂຂອງ ສ. ອາເມລິກາ ໃນການຕໍ່ສັນຍານິວເຄຼຍສອງຝ່າຍ - kitchen vibe - ລັດເຊຍບໍ່ຍອມຮັບເງື່ອນໄຂຂອງ ສ. ອາເມລິກາ ໃນການຕໍ່ສັນຍານິວເຄຼຍສອງຝ່າຍ

ລາຍງານຕ່າງປະເທດວັນທີ 21 ກັນຍາ 2020 ນີ້ ໃຫ້ຮູ້ວ່າ: ທ່ານເຊີເກຣິບຄອັບ ຮອງລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ໃນນາມຜູ້ຕາງໜ້າຄະນະຜູ້ແທນເຈລະຈານິວເຄຼຍກັບລັດຖະບານ ສ. ອາເມລິກາ ກ່າວໃນມື້ວັນຈັນທີ່ຜ່ານມາກ່ຽວກັບສົນທິສັນຍາສັນຕິພາບລະຫວ່າງສອງຝ່າຍວ່າດ້ວຍ: ການຫຼຸດຜ່ອນຈຳນວນອາວຸດນິວເຄຼຍທີ່ຮຽກວ່າ “New START” ຊື່ງສົນທິສັນຍາດັ່ງກ່າວມີຜົນສັກສິດນັບແຕ່ເດືອນກຸມພາ 2011 ແລະ ຈະໝົດອາຍຸໃນເດືອນກຸມພາປີໜ້າ ຊຶ່ງມີເນື້ອໃນສຳຄັນຄືການຈຳກັດການຄອບຄອງຫົວຮົບນິວເຄຼຍທາງຍຸດທະສາດຂອງທັງສອງຝ່າຍໃຫ້ມີບໍ່ເກີນ 1.550 ລູກ.

ທ່ານ ເຊີເກຣິບຄັອບ ກ່າວວ່າ: ຄວາມຕ້ອງການຂອງສ. ອາເມລິກາໄດ້ເຮັດໃຫ້ເສຍຈຸດຢືນຂອງລັດເຊຍ ໂດຍສະເພາະແມ່ນການທີ່ຈີນຈະເຂົ້າຮ່ວມເຈລະຈາ ຫຼື ບໍ່ໃນອະນາຄົດນັ້ນ ແມ່ນຂຶ້ນຢູ່ກັບຄວາມຕັດສິນໃຈຂອງຈີນເອງ.

ລັດເຊຍບໍ່ຍອມຮັບເງື່ອນໄຂຂອງ ສ. ອາເມລິກາ ໃນການຕໍ່ສັນຍານິວເຄຼຍສອງຝ່າຍ - Visit Laos Visit SALANA BOUTIQUE HOTEL - ລັດເຊຍບໍ່ຍອມຮັບເງື່ອນໄຂຂອງ ສ. ອາເມລິກາ ໃນການຕໍ່ສັນຍານິວເຄຼຍສອງຝ່າຍ

ໃນຂະນະດຽວກັນ ທ່ານ ມາຊໍບິວລິງສະເລອາ ຫົວໜ້າຄະນະເຈລະຈາຂອງສະຫະລັດ ກ່າວວ່າ ລັດຖະບານລັດເຊຍ ຕ້ອງຍອມຮັບເງື່ອນໄຂທັງໝົດຂອງລັດຖະບານສະຫະລັດກ່ອນຈະເຖິງວັນເລືອກຕັ້ງປະທານາທິບໍດນສະຫະລັດໃນວັນທີ 3 ພະຈິກ.

ປັດຈຸບັນລັດເຊຍ ແລະ ສ. ອາເມລິກາ ຄອບຄອງຫົວຮົບນິວເຄຣຍລວມກັນຫຼາຍກ່ວາ 90%  ຂອງຫົວຮົບນິວເຄຼຍທັງໝົດໃນໂລກ ຊຶ່ງຫາກທັງສອງປະເທດບໍ່ສາມາດຕໍ່ສັນຍາ “New START” ທີ່ຖືເປັນຂໍ້ຕົກລົງກ່ຽວກັບນິວເຄຼຍສະບັບສຸດທ້າຍ ຫຼື ສ້າງຂໍ້ຕົກລົງສະບັບໃໝ່ທົດແທນບໍ່ໄດ້ ຈະສ້າງຄວາມເປັນຫວ່າງໃຫ້ກັບຫຼາຍຝ່າຍວ່າຈະເຮັດໃຫ້ເກີດການແຂ່ງຂັນດ້ານອາວຸດລະຫວ່າງສອງມະຫາອຳນາດຍິ່ງເພີ່ມທະວີຄວາມຮຸນແຮງຂຶ້ນ.

ລັດເຊຍບໍ່ຍອມຮັບເງື່ອນໄຂຂອງ ສ. ອາເມລິກາ ໃນການຕໍ່ສັນຍານິວເຄຼຍສອງຝ່າຍ - 4 - ລັດເຊຍບໍ່ຍອມຮັບເງື່ອນໄຂຂອງ ສ. ອາເມລິກາ ໃນການຕໍ່ສັນຍານິວເຄຼຍສອງຝ່າຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!