ນະຄອນໄກສອນ ພົມວິຫານ ຈະຈັດບຸນອອກພັນສາ-ຊ່ວງເຮືອປະຈຳໃນໃນວັນທີ 2-3 ຕຸລານີ້
ເຊົ້າວັນທີ 17 ກັນຍາຜ່ານມາ, ຫ້ອງວ່າການປົກຄອງນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດງານບຸນປະເພນີອອກພັນສາ-ຊ່ວງເຮືອປະຈຳປີ ທີ່ຈະຈັດຂຶ້ນໃນວັນທີ 2-3 ຕຸລາທີ່ຈະມາເຖິງນີ້ ຢູ່ທ່າວັດໃຫຍ່ໄຊຍະພູມ ເພື່ອເປັນການປົກປັກຮັກສາຂະນົມທຳນຽມ, ຮີດຄອງປະເພນີອັນດີງາມຂອງຊາດທີ່ເຄີຍປະຕິບັດກັນມາໃນທຸກໆປີ ເພື່ອໃຫ້ຍືນຍົງຄົງຢູ່ຕະຫລອດໄປ ແລະ ກາຍເປັນງານທ່ອງທ່ຽວທາງດ້ານວັດທະນະທຳຂອງແຂວງສະຫວັນນະເຂດ ທັງເປັນການສົ່ງເສີມທາງດ້ານກິລາຊ່ວງເຮືອ ແລະ ສິລະປະພື້ນເມືອງຂອງມວນຊົນໃຫ້ກ້າວໜ້າຂະຫຍາຍຕົວຢ່າງກວ້າງຂວາງ ເຊິ່ງປີນີ້ ຈະບໍ່ໄດ້ຈັດໃຫຍ່ຄືໃນທຸກໆປີຜ່ານມາ ຈະມີພຽງແຕ່ການວາງສະແດງ-ຂາຍສິນຄ້າໃນງານຕະຫລາດນັດຕາມເຄີຍປະຕິບັດກັນມາໃນແຕ່ລະປີ ແລະ ການແຂ່ງຂັນຊ່ວງເຮືອປະເພນີປະເພດ 9-12 ສີພາຍ ແລະ ຈະບໍ່ມີການຄົບງັນຄືໃນແຕ່ລະປີຜ່ານມາ ເພື່ອປະຕິບັດມາດຕະການໂຄວິດ-19 ໃຫ້ມີປະສິດທິຜົນ.










