ພະແນກອຸດສາຫະກຳ ແລະ ການຄ້າ ເຜີຍແຜ່ຄຳສັ່ງຂອງນາຍົກ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ນຳເຂົ້າ-ສົ່ງອອກສິນຄ້າ
ກອງປະຊຸມສ້າງຄວາມເຂົ້າໃຈໃຫ້ແກ່ພາກທຸລະກິດ ກ່ຽວກັບຄຳສັ່ງຂອງນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຂຶ້ນໃນວັນທີ 18 ກັນຍາຜ່ານມາ ທີ່ພະແນກການດັ່ງກ່າວ ເພື່ອຊຸກຍູ້ສົ່ງເສີມ ແລະ ສ້າງຂີດຄວາມສາມາດໃນການແຂ່ງຂັນຂອງທຸລະກິດໃຫ້ສູງຂຶ້ນ ໂດຍການຫລຸດຂັ້ນຕອນການອອກເອກະສານ ແລະ ໄລຍະເວລາໃຫ້ສັ້ນເຂົ້າ ໂດຍສະເພາະແມ່ນຂັ້ນຕອນການນຳເຂົ້າ-ສົ່ງອອກສິນຄ້າໃຫ້ຢູ່ໃນລະດັບທີ່ໃກ້ຄຽງກັບປະເທດເພື່ອນບ້ານ, ສາມາດເຊື່ອມໂຍງເຂົ້າກັບບັນດາປະເທດພາກພື້ນ ແລະ ສາກົນ, ພິເສດແມ່ນແຂວງສະຫວັນນະເຂດໄດ້ແກ້ໄຂບັນຫາການເຄື່ອນຍ້າຍສິນຄ້າພາຍໃນໃຫ້ມີຄວາມຄ່ອງຕົວ ແລະ ດີຂຶ້ນໄປເທື່ອລະກ້າວ ໂດຍທາງການນຳແຂວງໄດ້ອອກຂໍ້ຕົກລົງເລກທີ 1608/ຈຂ.ສຂ, ລົງວັນທີ 25 ກັນຍາ 2019 ເລື່ອງລົບລ້າງຈຸດຕັ້ງດ່ານຕາມສາຍທາງຕ່າງໆພາຍໃນແຂວງຂອງຕົນ.
ພ້ອມດຽວກັນນັ້ນ ກໍໄດ້ນຳເອົາມະຕິຄຳສັ່ງ ແລະ ຄຳແນະນຳຂອງກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອສ້າງຄວາມເຂົ້າໃຈຕື່ມອີກໃຫ້ແກ່ຜູ້ປະກອບການໃນການຂໍອະນຸຍາດນຳເຂົ້າລົດ ແລະ ນ້ຳມັນເຊື້ອໄຟ, ນ້ຳມັນເຄື່ອງ ໃນນີ້ປະກອບມີຄຳສັ່ງເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ-ສົ່ງອອກ, ການນຳເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າຢູ່ ສປປ ລາວ, ຂໍ້ຕົກລົງເລກທີ 02/ຄອຄສ, ລົງວັນທີ 2 ກໍລະກົດ 2020 ວ່າດ້ວຍການອອກອະນຸຍາດໃບຢັ້ງຢືນນຳເຂົ້າ-ສົ່ງອອກ ແລະ ການເຄື່ອນຍ້າຍສິນຄ້າ ແລະ ເຜີຍແຜ່ຄຳແນະນຳເລກທີ 0118/ອຄ.ກຂອ, ລົງວັນທີ 31 ມັງກອນ 2020 ກ່ຽວກັບການຢັ້ງຢືນແຫລ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ແລະ ບັນດາເອກະສານທີ່ຕິດພັນກັບການນຳເຂົ້າ-ສົ່ງອອກອື່ນໆອີກ.









