Tajmahal ຂອງອິນເດຍ ກັບຄືນມາເປີດປະຕູໃຫ້ນັກທ່ອງທ່ຽວເຂົ້າຊົມ


ແຫຼ່ງຂ່າວຈາກສຳນັກຂ່າວຕ່າງປະເທດເມື່ອວັນທີ 21 ກັນຍານີ້ ໃຫ້ຮູ້ວ່າ: Tajmahal ເປັນບູຮານນະສະຖານເກົ່າແກ່ ເປັນສະຖານໃນຄວາມຮັກຂອງຊາວອິນເດຍ ຊຶ່ງສ້າງຂຶ້ນ ໂດຍຈັກກະພັດ ໂມກຸນ ໃນສະຕະວັດທີ່ 17 ກັບມາເປີດປະຕູຮັບນັກທ່ອງທ່ຽວເຂົ້າຊົມອີກຄັ້ງໃນວັນນີ້ ໂດຍມີທັງນັກທ່ອງທ່ຽວທ້ອງຖິ່ນ ແລະ ຕ່າງຊາດເຂົ້າຊົມບາງຕາ.
ການກັບມາເປີດປະຕູໃຫ້ປະຊາຊົນໄດ້ເຂົ້າຊົມອິກຄັ້ງມີຂໍ້ຈຳກັດຈຳນວນຜູ້ເຂົ້າຊົມຕໍ່ວັນຢູ່ທີ່ 5 ພັນຄົນ ເມື່ອທຽບກັບ 2 ໝື່ນຄົນກ່ອນການລະບາດຂອງພະຍາດໂຄວິດ-19. ສ່ວນປີ້ເຂົ້າຊົມ ຈະຂາຍທາງອອນລາຍເທົ່ານັ້ນ ຊຶ່ງຍອດຈຳໜ່າຍມື້ທຳອິດ ບໍ່ເຖິງ 300 ໃບ.
ທີ່ປະຕູທາງເຂົ້າ ຜູ້ເຂົ້າຊົມຈະໄດ້ກວດວັດອຸນຫະພູມ ແລະ ຕ້ອງປະຕິບັດຕາມຄຳແນະນຳ ເພື່ອຮັກສາໄລຍະຫ່າງທີ່ປອດໄພລະຫວ່າງກັນ ໃນຂະນະທີ່ເຈົ້າໜ້າທີ່ຈະຄອຍກວດກາບໍ່ໃຫ້ນັກທ່ອງທ່ຽວສຳຜັດກັບພື້ນຜິວໃດໆ.
ທັງນີ້ອິນເດຍພາຍໃຕ້ການນຳຂອງນາຍົກລັດຖະມົນຕີNarendra
Damodardas Mod ກຳລັງປະເຊີນກັບພາວະເສດຖະກິດຖົດຖອຍຢ່າງແຮງທີ່ສຸດໃນຮອບຫຼາຍທົດສະຫວັດທີ່ຜ່ານມາ ເປັນຜົນພວງມາຈາກການລະບາດຂອງເຊື້ອໄວຣັດໂຄວິດ-19 ຊຶ່ງລັດຖະບານກໍພະຍາຍາມເດີນໜ້າຜັກດັນມາດຕະການປ້ອງກັນໄວຣັດ ເພື່ອໃຫ້ງານ ແລະ ທຸລະກິດຕ່າງໆ ສາມາດກັບມາເປີດທຳການໄດ້ອີກຄັ້ງ ເຊັ່ນ: ກ່ຽວກັບພາກການທ່ອງທ່ຽວ ເພື່ອສ້າງລາຍໄດ້ເຂົ້າປະເທດ ປະມານ 2 ແສນ 4 ໝືນລ້ານໂດລາສະຫະລັດຕໍ່ປີ ຫຼື ປະມານ 92% ຂອງຂອງຜະລິດຕະພັນພາຍໃນຂອງອິນເດຍ ແລະ ກໍ່ໃຫ້ເກີດການຈ້າງງານຫຼາຍກ່ວາ 42 ລ້ານຕຳແໜ່ງ.