KFW ປະຈຳ ສປປ ລາວ ຢ້ຽມຢາມການກໍ່ສ້າງນ້ຳປະປາ 7 ບ້ານໃນເມືອງນອງ
ອາທິດຜ່ານມານີ້, ທ່ານ ຈານ ເວຈີມັນ ຫົວໜ້າຫ້ອງການປັບປຸງລະບົບນ້ຳປະປາເຂດຕົວເມືອງນ້ອຍ ປະຈຳລາວ ພ້ອມດ້ວຍຜູ້ປະສານງານ ແລະ ຄະນະຮັບຜິດຊອບໂຄງການຂະຫຍາຍພື້ນຖານໂຄງລ່າງນ້ຳສະອາດ ແລະ ໂພຊະນາການ ໄດ້ລົງຢ້ຽມຢາມການກໍ່ສ້າງນ້ຳປະປາໃນ 7 ບ້ານໃນເມືອງນອງ ແຂວງສະຫວັນນະເຂດ ທີ່ໄດ້ຮັບທຶນຊ່ວຍເຫລືອລ້າຈາກສະຫະພາບເອີຣົບ ໂດຍຜ່ານທະນາຄານພັດທະນາເຢຍລະມັນ ແລະ ທຶນສົມທົບຈາກກະຊວງໂຍທາທິການ ແລະ ຂົນສົ່ງ 10%, ທຶນສົມທົບຂອງແຂວງອີກ 5% ເພື່ອຊ່ວຍພັດທະນາລະບົບນ້ຳປະປາໃນ 6 ເມືອງຂອງແຂວງສະຫວັນນະເຂດຄື: ໄຊພູທອງ, ອຸທຸມພອນ, ອາດສະພອນ, ເມືອງພີນ, ເຊໂປນ ແລະ ເມືອງນອງ ເພື່ອຕອບສະໜອງນ້ຳສະອາດໃຫ້ຕົວເມືອງຊົນນະບົດ ເຊິ່ງເມືອງນອງມີ 7 ບ້ານຄື: ບ້ານນອງວິໄລ, ປູນຍາງ, ປູນຕົງ, ປູນຊີເຢີງ, ຫີນສະຫວ່າງ, ດົງນາສານ ແລະ ສະດິ. ປັດຈຸບັນ ທາງໂຄງການແມ່ນໄດ້ຂຸ້ນຂ້ຽວກໍ່ສ້າງອ່າງເກັບນ້ຳລະບົບສູບສົ່ງນ້ຳບາດານຈາກບໍ່ຂຶ້ນໃສ່ອ່າງ, ສ້າງລະບົບທໍ່ນ້ຳ, ທໍ່ນ້ຳໃຫ້ຄົວເຮືອນ, ພ້ອມທັງຕິດຕັ້ງກົງເຕີນ້ຳ ລວມມູນຄ່າທັງໝົດ 9,57 ຕື້ກີບ. ສຳລັບຄວາມຄືບໜ້າຂອງໂຄງການ ມາຮອດປັດຈຸບັນສຳເລັດປະມານ 20% ເຊິ່ງພາຍຫລັງສຳເລັດຈະສາມາດຕອບສະໜອງນ້ຳສະອາດໃຫ້ປະຊາຊົນພາຍໃນ 7 ບ້ານເປົ້າໝາຍດັ່ງກ່າວຈຳນວນ 836 ຄົວເຮືອນ ໄດ້ຊົມໃຊ້ນ້ຳຢ່າງສະດວກສະບາຍຂຶ້ນ ເຊິ່ງຈະເປັນອີກເງື່ອນໄຂສຳຄັນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫລຸດໜ້ອຍຖອຍລົງ.