ຈີນສັ່ງຫ້າມ “ອາຫານທະເລແຊ່ແຂງ” ຈາກອິນໂດເນເຊຍ ຫລັງກວດພົບເຊື້ອໂຄວິດ-19

ຈີນສັ່ງຫ້າມ “ອາຫານທະເລແຊ່ແຂງ” ຈາກອິນໂດເນເຊຍ ຫລັງກວດພົບເຊື້ອໂຄວິດ-19 -                                                                                                                       - ຈີນສັ່ງຫ້າມ “ອາຫານທະເລແຊ່ແຂງ” ຈາກອິນໂດເນເຊຍ ຫລັງກວດພົບເຊື້ອໂຄວິດ-19
ຈີນສັ່ງຫ້າມ “ອາຫານທະເລແຊ່ແຂງ” ຈາກອິນໂດເນເຊຍ ຫລັງກວດພົບເຊື້ອໂຄວິດ-19 - kitchen vibe - ຈີນສັ່ງຫ້າມ “ອາຫານທະເລແຊ່ແຂງ” ຈາກອິນໂດເນເຊຍ ຫລັງກວດພົບເຊື້ອໂຄວິດ-19

ສຳນັກ​ຂ່າວ​ບລູມ​ເບິ​ກ ລາຍ​ງານ​ວ່າ: ບໍລິສັດ ພີ. ທີ. ປຸຕຣີອິນ​ດາ (Pt putrid indah) ​ເຊິ່ງ​ເປັນ​ບໍລິສັດ​ສົ່ງ​ອອກ​ສິນຄ້າ​ທະ​ເລ​ແປ​ຮູບ​ລາຍ​ໃຫຍ່​ຂອງ​ອິນ​ໂດ​ເນ​ເຊຍ ຜະ​ເຊີນ​ບັນຫາ​ໃຫຍ່ ພາຍຫລັງ​ທາງ​ການ​ຈີນ​ກວດ​ພົບ​ເຊື້ອ​ໄວຣັສ​ໂຄ​ໂຣນາ​ໃນ​ຊີ້ນ​ປາ​ແຮ​ເທ​ລ​ແຊ່​ແຂງ ​ເຮັດ​ໃຫ້​ກົມ​ພາສີ-ອາກອນ​ຂອງ​ຈີນ​ສັ່ງ​​ໂຈະການ​ນຳ​ເຂົ້າຜະລິດ​ຕະພັນ​ສັດ​ນ້ຳຈາກ​ບໍ​ສັດດັ່ງກ່າວ​ທັນທີ​ເປັນ​ເວລາ 1 ອາທິດ.

​ໂດຍ​ຈາກ​ການກວດ​ສອບ​ອາຫານ​ທະ​ເລ​ແຊ່​ແຂງ​ທັງ​ໝົດ​ປະມານ 500.000 ຕົວຢ່າງ ພົບ​ຈຳນວນ 6 ຕົວຢ່າງ​ທີ່​ການ​ທົດ​ລອງ​ເຊື້ອ​ໄວຣັສ​ໂຄ​ໂຣນາ​ມີ​ຜົນ​ເປັນ​ບວກ. ຂະນະ​ທີ່​ທາງ​ບໍລິສັດ​ຍັງ​ເມີນ​ເສີຍ​ບໍ່​ໄດ້​ອອກ​ມາ​ຊີ້​ແຈງ​ໃດໆ.

ຈີນສັ່ງຫ້າມ “ອາຫານທະເລແຊ່ແຂງ” ຈາກອິນໂດເນເຊຍ ຫລັງກວດພົບເຊື້ອໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ຈີນສັ່ງຫ້າມ “ອາຫານທະເລແຊ່ແຂງ” ຈາກອິນໂດເນເຊຍ ຫລັງກວດພົບເຊື້ອໂຄວິດ-19
ຈີນສັ່ງຫ້າມ “ອາຫານທະເລແຊ່ແຂງ” ຈາກອິນໂດເນເຊຍ ຫລັງກວດພົບເຊື້ອໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ຈີນສັ່ງຫ້າມ “ອາຫານທະເລແຊ່ແຂງ” ຈາກອິນໂດເນເຊຍ ຫລັງກວດພົບເຊື້ອໂຄວິດ-19

ກ່ອນ​ໜ້າ​ນີ້ ລັດຖະບານ​ຈີນ​ໄດ້​ສັ່ງ​ຫ້າມ​ການ​ນຳ​ເຂົ້າຜະລິດ​ຕະພັນ​ອາຫານ​ທະ​ເລ​ແປ​ຮູບ ລວມທັງ​ຊີ້ນ​ສັດ​ແຊ່​ແຂງ​ເຊັ່ນ: ກຸ້ງ​ຈາກ​ເອກົວ​ດໍ ​ແລະ ປີກ​ໄກ່​ຈາກ​ເບຣຊິນ ພາຍຫລັງ​ກວດ​ພົບ​ເຊື້ອ​ໄວຣັສ​ໂຄ​ວິດ-19.

ທັງ​ນີ້ ນັບ​ແຕ່​ເດືອນ​ມິຖຸນາ​ເປັນຕົ້ນມາ ລັດຖະບານ​ຈີນ​ໄດ້​ດຳ​ເນີນ​ມາດ​ຕະການ​ກວດ​ສອບ​ຜະລິດ​ຕະພັນ​ອາຫານ​ທະ​ເລ ​ແລະ ພາຊະນະ​ນຳ​ເຂົ້າຈາກ​ຕ່າງປະ​ເທດ​ຢ່າງ​ເຂັ້ມງວດ ​ເຮັດ​ໃຫ້​ພົບ​ທີ່​ມາ​ຂອງ​ເຊື້ອ​ໄວຣັສ​ໂຄ​ວິດ-9 ຫລາຍ​​ເທື່ອ.

ລາຍ​ງານ​ລະບຸ​ວ່າ: ​ໃນ​ວັນ​ທີ 19 ກັນຍາ​ຜ່ານ​ມາ, ກະຊວງ​ກິດຈະການ​ນາວີ ​ແລະ ປະມົງ​ຂອງ​ອິນ​ໂດ​ເນ​ເຊຍ ຊີ້​ແຈງ​ວ່າ: ອິນ​ໂດ​ເນ​ເຊຍ​ຍັງ​ສາມາດ​ສົ່ງ​ອອກ​ອາຫານ​ທະ​ເລ​ໄປ​ຈີນ​ໄດ້ ​ໂດຍ​ທາງ​ການ​ຈີນ​ໄດ້​ໂຈະ​ສິນຄ້າ​ນຳ​ເຂົ້າຈາກ​ບໍລິສັດ ພີ. ທີ. ປຸຕຣີອິນ​ດາ​ເທົ່າ​ນັ້ນ ​ແລະ ບໍ່​ໄດ້​ຫ້າມ​ນຳ​ເຂົ້າສິນຄ້າ​ທະ​ເລ​ແປ​ຮູບ​ຈາກ​ບໍລິສັດ​ອື່ນ​ຂອງ​ອິນ​ໂດ​ເນ​ເຊຍ ​ໂດຍ​ຈີນ​ຖື​ເປັນ​ຈຸດໝາຍ​ປາຍທາງ​ສຳຄັນ​ທີ່​ສຸດ​ໃນ​ການ​ສົ່ງ​ອອກ​ອາຫານ​ທະ​ເລ​ຂອງ​ອິນ​ໂດ​ເນ​ເຊຍ.

​ໂດຍ​ມີ​ການ​ສົ່ງ​ອອກ​ຫລາຍ​ກວ່າ 168.300 ​ໂຕນ ​ໃນ​ປີ 2019 ມູນ​ຄ່າ​ຫລາຍ​ກວ່າ 240 ລ້ານ​ໂດ​ລາ ຕາມ​ສະຖິຕິ​ການ​ຄ້າ​ຂອງ​ອິນ​ໂດ​ເນ​ເຊຍ ສົ່ງ​ຜົນ​ໃຫ້​ທາງ​ການ​ອິນ​ໂດ​ເນ​ເຊຍ​ຕ້ອງ​ເລັ່ງກວດ​ສອບ​ໃບຮັບ​ຮອງ​ດ້ານ​ສຸຂະ​ອະນາ​ໄມ​ຈາກ​ຜູ້​ສົ່ງ​ອອກ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​​ໂຈະ​ການ​ນຳ​ເຂົ້າຈາກ​ຈີນ.

ຈີນສັ່ງຫ້າມ “ອາຫານທະເລແຊ່ແຂງ” ຈາກອິນໂດເນເຊຍ ຫລັງກວດພົບເຊື້ອໂຄວິດ-19 - 5 - ຈີນສັ່ງຫ້າມ “ອາຫານທະເລແຊ່ແຂງ” ຈາກອິນໂດເນເຊຍ ຫລັງກວດພົບເຊື້ອໂຄວິດ-19
ຈີນສັ່ງຫ້າມ “ອາຫານທະເລແຊ່ແຂງ” ຈາກອິນໂດເນເຊຍ ຫລັງກວດພົບເຊື້ອໂຄວິດ-19 - 4 - ຈີນສັ່ງຫ້າມ “ອາຫານທະເລແຊ່ແຂງ” ຈາກອິນໂດເນເຊຍ ຫລັງກວດພົບເຊື້ອໂຄວິດ-19
ຈີນສັ່ງຫ້າມ “ອາຫານທະເລແຊ່ແຂງ” ຈາກອິນໂດເນເຊຍ ຫລັງກວດພົບເຊື້ອໂຄວິດ-19 - 3 - ຈີນສັ່ງຫ້າມ “ອາຫານທະເລແຊ່ແຂງ” ຈາກອິນໂດເນເຊຍ ຫລັງກວດພົບເຊື້ອໂຄວິດ-19