ກອງປະຊຸມໃຫ່ຍ UN ເປີດສາກຂຶ້ນຢ່າງເປັນທາງການໃນທ່າມກາງໂລກປະສົບຄວາມຫຍຸ້ງຍາກຫຼາຍດ້ານ

ລາຍງານຂ່າວຕ່າງປະເທດວັນທີ 22 ກັນຍານີ້ ໃຫ້ຮູ້ວ່າ: ກອງປະຊຸມໃຫ່ຍ ສະມັດຊາໃຫ່ຍສະຫະປະຊາຊາດຄັ້ງທີ 75 ໄຂຂຶ້ນຢ່າງເປັນທາງການ ເມື່ອວັນຈັນ ວັນທີ 21 ກັນຍານີ້. ໃນບົດກ່າວໄຂກອງປະຊຸມສະມັດຊາໃຫ່ຍສະຫະປະຊາຊາດ, ທ່ານ ອັນໂຕນີໂອ ກູເຕເຣສ ເລຂາທີການໃຫ່ຍອົງການສະຫະປະຊາຊາດ (UN) ກ່າວຖະແຫຼງວ່າ: ກອງປະຊຸມໃຫ່ຍປີນີ້ ກົງກັບວັນສ້າງຕັ້ງອົງການສະຫະປະຊາຊາດຄົບຮອບ 75 ປີພໍດີ ແລະ ໃນທ່າມກາງບັນຍາກາດທີ່ໂລກມີການແບ່ງຝັກແບ່ງຝ່າຍຢ່າງຊັດເຈນ, ຜູ້ນຳໂລກຍິ່ງເພີ່ມຄວາມເປັນເອກກະພາບ ເພື່ອຊຸກດັນກົນໄກພື້ນຖານໃຫ້ເດີນໜ້າໄປດ້ວຍດີ.
ເລຂາທິການໃຫ່ຍ UN ຮຽກຮ້ອງໃຫ້ການຮ່ວມມືເພື່ອຟື້ນຟູກົນໄກຫຼາຍຝ່າຍ ຊຶ່ງອັນນັ້ນບັນດາປະເທດຂະໜາດນ້ອຍໄດ້ພ້ອມກັນຊຸກດັນມາຕະຫຼອດ. ນອກຈາກນີ້ ທ່ານຍັງກ່າວເຖິງບົດບາດສຳຄັນຂອງ UN ທີ່ມີຜົນສຳເລັດຫຼາຍດ້ານຕະຫຼອດ 75 ປີທີ່ຜ່ານມາ ໂດຍສະເພາະແມ່ນການປ້ອງກັນການເກີດສົງຄາມລະຫວ່າງປະເທດຕ່າງໆໃນໂລກ ນັບທັງການຂໍໃຫ້ທຸກຝ່າຍຮ່ວມກັນຕໍ່ສູ້ກັບຄວາມທຸກຍາກ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຫຼື SDG ເຊິ່ງເປັນວິໄສທັດ 15 ປີ ຈົນເຖິງປີ 2030.
ເຖິງຢ່າງໃດກໍຕາມ ດ້ວຍການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນໃຫ້ກອງປະຊຸມຄັ້ງນີ້ຕ້ອງດຳເນີນໄປຕາມຮູບແບບອອນລາຍ, ຊຶ່ງບັນດາຜູ້ນຳໂລກສ່ວນໃຫ່ຍແມ່ນໄດ້ບັນທຶກການຖະແຫຼງຂອງຕົນເອງໄວ້ລ່ວງໜ້າແລ້ວ, ໂດຍຕາມລາຍຊື່ຂອງ UN ມີທັງໝມົດ 182 ຄົນ ແລະ ໄດ້ເປີດຕາມລຳດັບ ນັບທັງທ່ານ ໂດນັລທຣຳ ປະທານາທິບໍດີສະຫະລັດ ຢູ່ອັນດັບທີໜຶ່ງ ແຕ່ທ່ານບໍ່ໄດ້ສົ່ງວີດີໂອມາ.
ໃນດ້ານຂອງທ່ານ ສີຈິນຜິງ ຜູ້ນຳຈີນ ໄດ້ສົ່ງຄຳກ່າວຖະແຫຼງເປັນວີດີໂອ ແລະ ເປັນລາຍລັກອັກສອນ ຊຶ່ງມີເນື້ອໃນສຳຄັນຕອນໜຶ່ງວ່າ: ລັດຖະບານຈີນພ້ອມໃຫ້ການຮ່ວມມືຕໍ່ກັບປະຊາຄົມໂລກໃນການປະຕິຮູບທຸກດ້ານບົນພື້ນຖານຂອງການເທົ່າທຽມ. ເຖິງຢ່າງໃດກໍຕາມວຽກງານຕ່າງໆໃນໂລກບໍ່ໄດ້ຢູ່ພາຍໃຕ້ການຄວບຄຸມ ແລະ ສັ່ງການໂດຍປະເທດໃດປະເທດໜຶ່ງ ຫຼື ສະແຫວງຫາຜົນປະໂຫຍດສ່ວນຕົວໂດຍໃຊ້ວິທີບໍ່ເປັນທຳ.
ໃນດ້ານຂອງ ສປປ ລາເຮົາ, ທ່ານທອງລຸນສີສຸລິດ ນາຍົກລັດຖະມົນຕີໄດ້ສົ່ງສານສະແດງຄວາມຊົມເຊີຍເນື່ອງໃນໂອກາດວັນສ້າງຕັ້ງອົງການສະຫະປະຊາຊາດຄົບຮອບ 75 ປີ, ພ້ອມທັງກ່າວວ່າ: ສປປ ລາວພ້ອມທີ່ຈະຮ່ວມກັບບັນດາປະເທດສະມາຊິກປະກອບສ່ວນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ UN ມີຄວາມເຂັ້ມແຂງ ສາມາດປະຕິບັດໜ້າທີ່ຂອງຕົນໃຫ້ມີປະສິດທິພາບສູງ ແນໃສ່ເຮັດໃຫ້ສັນຕິພາບມີຄວາມຍືນຍົງ, ເສດຖະກິດ-ສັງຄົມຂອງບັນດາປະຊາຊາດໄດ້ຮັບການພັດທະນາ ແລະ ສີວິໄລຮຸ່ງເຮືອງ.
UN ສ້າງຕັ້ງຂຶ້ນເມື່ອວັນທີ 24 ຕຸລາ 1945 ຈຸດປະສົງແມ່ນເພື່ອປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ, ພັດທະນາສາຍພົວພັນມິດຕະພາບບົນພື້ນຖານຫຼັກການເຄົາລົບອະທິປະໄຕເຊິ່ງກັນ ແລະ ກັນ, ສິດສະເໝີພາບ ແລະ ການຮ່ວມມືສາກົນໃນການແກ້ໄຂບັນຫາຕ່າງໆຂອງສາກົນໃນດ້ານເສດຖະກິດ-ສັງຄົມ ແລະ ວັດທະນະທຳ.
ປັດຈຸບັນອົງການສະຫະປະຊາຊາດມີສະມາຊິກທັງໝົດ 193 ປະເທດ ແລະ 2 ລັດສັງເກດການ (ລັດວາຕີກັງ ແລະ ລັດປາແລສຕີນ), ມີສຳນັກງານໃຫ່ຍຕັ້ງຢູ່ນິວຢອກສະຫະລັດອາເມລິກາ ແລະ ມີພາສາທີ່ໃຊ້ເປັນທາງການ 6 ພາສາຄື: ອັງກິດ,ຝຼັ່ງ, ຈີນ, ລັດເຊຍ, ອາຣັບ ແລະ ແອສປາຍໂຍນ. ສຳລັບ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການນີ້ເມື່ອວັນທີ 14 ທັນວາ 1955.