TIME ເຜີຍ 100 ລາຍຊື່ບຸກຄົນ ຜູ້ມີອິດທິພົນທີ່ສຸດປະຈຳປີ 2020


ວັນທີ 23 ກັນຍາ, ວາລະສານ TIME ເປີດເຜີຍ 100 ລາຍຊື່ບຸກຄົນຜູ້ມີອິດທິພົນທີ່ສຸດປະຈຳປີ 2020 ເຊິ່ງແບ່ງອອກເປັນ 5 ໝວດໝູ່ ບໍ່ວ່າຈະເປັນຜູ້ນຳ (Leaders), ຜູ້ບຸກເບີກ (Pioneers), ສິລະປິນ (Artists), ບຸກຄົນລະດັບຍັກໃຫຍ່ (Titans) ແລະ ບຸກຄົນຜູ້ເປັນແບບຢ່າງ (Icons) ໂດຍສະເພາະໃນໝວດໝູ່ຜູ້ນຳ ມີຜູ້ນຳປະເທດ, ຜູ້ນຳອົງກອນສາກົນ ລວມທັງບຸກຄົນສຳຄັນໃນວົງການການເມືອງໂລກ ເຖິງ 22 ຄົນ ຢູ່ໃນ 100 ລາຍຊື່ຄັ້ງນີ້.
ບໍ່ວ່າຈະເປັນນາຍົກລັດຖະມົນຕີ ອັງເກລາ ແມຣເຄິລ ຜູ້ນຳຍິງເກັ່ງຂອງເຢຍລະມັນ ທີ່ໄດ້ຮັບການຈັດອັນດັບຈາກວາລະສານ Forbes ໃຫ້ເປັນແມ່ຍິງທີ່ມີອິດທິພົນທີ່ສຸດໃນໂລກ 9 ປີຕິດຕໍ່ກັນ, ປະທານາທິບໍດີ ໂດນັລ ທຣຳ ຜູ້ນຳອາເມລິກາ, ປະທານປະເທດ ສີຈິ້ນຜິງ ຂອງຈີນ, ປະທານາທິບໍດີ ຢາອີ ໂບລໂຊນາຣູ ຂອງເບຣຊິນ, ນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ຂອງອິນເດຍ, ປະທານາທິບໍດີ ໄຊ່ອິງເຫວິນ ຂອງໄຕ້ຫວັນ, ທ່ານ ອົວຊູລາ ຟ໊ອນ ແດຣ ໄລເອິນ ປະທານຄະນະກຳມາທິການເອີຣົບ (EC), ຜູ້ສະໝັກຊີງຕຳແໜ່ງປະທານາທິບໍດີ ແລະ ຮອງປະທານາທິບໍດີອາເມລິກາ ຈາກພັກເດໂມແຄຣດ ທ່ານ ໂຈ ໄບເດນ ແລະ ທ່ານ ຄາມາລາ ແຮຣິສ ລວມທັງ ທ່ານ ດຣ. ທີໂດຣສ ອັດຮານອມ ກີບຣີເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ແລະ ທ່ານ ແອນໂທນີ ເຟົາຊີ ຜູ້ອຳນວຍການສະຖາບັນພະຍາດພູມແພ້ ແລະ ພະຍາດຕິດເຊື້ອແຫ່ງຊາດອາເມລິກາ (NIAID).
ນອກຈາກນີ້ ຍັງມີທ່ານ ນາທານ ລໍ ນັກເຄື່ອນໄຫວດ້ານປະຊາທິປະໄຕຂອງຮົງກົງ ແລະ ທ່ານ ຊິໂອຣິ ອິໂຕະ ໜຶ່ງໃນຜູ້ສ້າງກະແສ #MeToo ໃນສັງຄົມຍີ່ປຸ່ນ ໄດ້ຮັບການຈັດໃຫ້ຢູ່ໃນກຸ່ມຜູ້ບຸກເບີກທີ່ມີອິດທິພົນໃນປີນີ້ ຮ່ວມກັບຄົນອື່ນໆອີກ 19 ລາຍຊື່. ຂະນະທີ່ The Weekndມ ເຊເລນາ ໂກເມດ, ເຈນນິເຟີ ຮັດສັນ, ໄມເຄິລ ຈໍແດນ ແລະ ຜູ້ກຳກັບຍອດຢ້ຽມຈາກເວທີອອດສະກາຄື ບົງຈຸນໂຮ ກໍໄດ້ຮັບການຈັດອັນດັບຈາກ TIME ໃຫ້ຢູ່ໃນຜູ້ມີອິດທິພົນກຸ່ມສິລະປິນ.