ການລະບາດໂຄວິດ-19 ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ປະເທດເຮົາ
ໃນວັນທີ 23 ກັນຍານີ້, ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມຄະນະສະເພາະກິດຮັບຜິດຊອບຕິດຕາມຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ ແລະ ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ COVID-19 ຕໍ່ເສດຖະກິດຂອງປະເທດເຮົາ ຂຶ້ນທີ່ນະຄອນຫລວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ຫົວໜ້າຄະນະສະເພາະກິດດັ່ງກ່າວ.
ກອງປະຊຸມໃຫ້ຮູ້ວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ເພີ່ມທະວີຮຸນແຮງຂຶ້ນໃນແຕ່ລະໄລຍະຢູ່ໃນທົ່ວໂລກ, ສົ່ງຜົນກະທົບຕໍ່ສະພາບເສດຖະກິດ ກໍຄືການດໍາລົງຊີວິດຂອງປະຊາຊົນເປັນຈຳນວນບໍ່ໜ້ອຍ ແລະ ເປັນສິ່ງທ້າທາຍຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງຫລາຍປະເທດ ເຖິງແມ່ນວ່າ ຢູ່ລາວເຮົາຈະສາມາດສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໄວ້ໄດ້ ໃນເບື້ອງຕົ້ນ ໂດຍລັດຖະບານໄດ້ສຸມໃສ່ປະຕິບັດ 10 ມາດຕະການ ແລະ ນະໂຍບາຍຕ່າງເຂັ້ມງວດ ແລະ ເອົາໃຈໃສ່ແກ້ໄຂສະພາບຄວາມຫຍຸ້ງຍາກ ແລະ ຫຼຸດຜ່ອນຜົນກະທົບຕ່າງໆຈາກການລະບາດພະຍາດຮ້າຍແຮງນີ້ ແລະ ຊ່ວຍແກ້ໄຂຫຼາຍບັນຫາທີ່ເກີດຂຶ້ນ ເປັນຕົ້ນ: ການຜ່ອນຜັນເລື່ອນໄລຍະການຊໍາລະພາສີ-ອາກອນ, ຕົ້ນທຶນ ແລະ ດອກເບ້ຍສິນເຊື່ອ, ຄຸ້ມຄອງການສະໜອງສິນຄ້າ, ຮັກສາລະດັບລາຄາສິນຄ້າ ແລະ ແກ້ໄຂຂໍ້ຫຍຸ້ງຍາກໃນການຈໍລະຈອນສິນຄ້າ, ອຸດໜູນເງິນຫວ່າງງານໃຫ້ແກ່ແຮງງານທີ່ໄດ້ຮັບຜົນກະທົບ ແລະ ຫຼຸດຄ່າບໍລິການສາທາລະນຸປະໂພກ ແລະ ອື່ນໆ, ແຕ່ເຖິງຢ່າງໃດການລະບາດຂອງພະຍາດ ຍັງສືບຕໍ່ສົ່ງຜົນກະທົບຕໍ່ເສດຖະກິດຂອງປະເທດເຮົາ ໂດຍສະເພາະ ຂະແໜງການທ່ອງທ່ຽວ ແລະ ການບໍລິການປິ່ນອ້ອມ ຍັງສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກໃນການດໍາເນີນທຸລະກິດ.
ສະນັ້ນ, ຈຶ່ງມີຄວາມຈໍາເປັນທີ່ລັດຖະບານຈະໄດ້ປະເມີນຄືນບັນດາມາດຕະການທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ແລະ ຄົ້ນຄວ້າອອກບາງມາດຕະການເພີ່ມເຕີມເພື່ອສາມາດຊ່ວຍແກ້ໄຂຜົນກະທົບດັ່ງກ່າວ.