ເມືອງ ຣຸຍນີ ໃນມົນທົນ ຢູໜານຂອງຈີນເລີ່ມຜ່ອນຄາຍມາດຕະການລ໊ອກດາວ
September 24, 2020 - 11:15 AM


ແຫຼ່ງຂ່າວຈາກຕ່າງປະເທດເມື່ອວັນທີ 23 ກັນຍານີ້ ໃຫ້ຮູ້ວ່າ: ເມືອງ ຣຸຍນີ ໃນມົນທົນ ຢູໜານຂອງຈີນ ທີ່ມີຊາຍແດນຕິດຈອດກັບ ມຽນມາ ໄດ້ເລີ່ມຜ່ອນຄານມາດຕະການລ໊ອກດາວ, ຈາກທີ່ໄດ້ປະກາດໄວ້ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19 ຈາກມຽນມາ. ເນື່ອງຈາກເຫັນວ່າບໍ່ມີປະຊາຊົນໃນເມືອງຕິດເຊື້ອແຕ່ຢ່າງໃດ. ເບື້ອງຕົ້ນກໍເລີ່ມເລີກຄຳສັ່ງໃຫ້ປະຊາຊົນຢູ່ໃນແຕ່ເຄຫະສະຖານ ແຕ່ຍັງຄົງສັ່ງປິດທັງໂຮງຮູບເງົາ, ໂຮງບາ ແລະ ຮ້ານບັນເທີງຕໍ່ໄປ.
ການຜ່ອນຄາຍມາດຕະການຂອງເມືອງຊາຍແດນຈີນມີຂຶ້ນຫຼັງຈາກທີ່ມຽນມາມີຄຳສັ່ງເຄັ່ງຄັດໃຫ້ປະຊາຊົນໃນຂອບເຂດເມືອງຢາງກຸງ ຕ້ອງກັກຕົວຢູ່ແຕ່ໃນເຮືອນ ເພື່ອປ້ອງກັນໂຄວິດ-19 ລະບາດ.