ປະທານາທິບໍດີ ດູເຕີເຕ ຂອງຟີລິບປິນຮຽກຮ້ອງໃຫ້ມີການເທົ່າທຽມກັນໃນການເຂົ້າເຖິງວັກຊີນຕ້ານໂຄວິດ-19
September 24, 2020 - 11:39 AM
ອີງຕາມແຫຼ່ງຂ່າວຈາກຕ່າງປະເທດ ວັນທີ 23 ກັນຍານີ້ ໃຫ້ຮູ້ວ່າ: ປະທານາທິບໍດີ Rodrigo Duterte ແຫ່ງຟີລິບປິນ ກ່າວໃນວາລະກອງປະຊຸມສາໄໝສາມັນຄັ້ງທີ 75 ຂອງສະຫະປະຊາຊາດ, ໂດຍຮຽກຮ້ອງຄວາມເທົ່າທຽມໃນການເຂົ້າເຖິງວັກຊີນປ້ອງກັນໂຄວິດ-19, ບໍ່ວ່າປະເທດນັ້ນໆຈະລວຍ ຫຼື ຍາກຈົນ. ນອກຈາກນີ້ເຂົາຍັງໄດ້ກ່າວເຖິງປະເດັນຄວາມໝັ້ນຄົງຂອງໂລກທີ່ມາກະທົບຕໍ່ກັບປະເທດ. ໂດຍປົກປ້ອງຄວາມຊອບທຳຂອງລັດຖະບານຟີລິບປິນໃນການຮັກສາສະຖຽນລະພາບພາຍໃນປະເທດຫຼັງຈາກທີ່ຟີລິບປິນໄດ້ການເປັນສ່ວນໜຶ່ງຂອງຄວາມຂັດແຍ່ງດ້ານພູມມີສາດ, ທາງການເມືອງລະຫວ່າງປະເທດ, ໂດຍສະເພາະແມ່ນບັນຫາທະເລຈີນໃຕ້.
ຂ່າວ:ລູກເມືອງພວນ