ລົດບັນທຸກນ້ຳມັນລະເບີດຢູ່ໄນຈີເຣຍ ເສຍຊີວິດຢ່າງໜ້ອຍ 28 ຄົນ
ເກີດອຸປະຕິເຫດລົດບັນທຸກນ້ຳມັນເບກແຕກ ແລະ ແລ່ນຕຳລົດຫລາຍຄັນຢູ່ຖະໜົນໃນໄນຈີເຣຍ ຈົນເກີດລະເບີດ ແລະ ໄຟໄໝ້ຮຸນແຮງ ມີຜູ້ເສຍຊີວິດຢ່າງໜ້ອຍ 28 ຄົນ.
ວັນທີ 24 ກັນຍາ, ສຳນັກຂ່າວ BBC ລາຍງານວ່າ: ເກີດເຫດລົດບັນທຸກນ້ຳມັນລະເບີດຢູ່ກາງຖະໜົນ ໜ້າປ້ຳນ້ຳມັນຢູ່ເມືອງໂລໂກຈາ ປະເທດໄນຈີເຣຍ ແລະ ເກີດໄຟໄໝ້ ທ່າມກາງປະຊາຊົນຈຳນວນຫລາຍທີ່ເຝົ້າສັງເກດການ.
ນອກຈາກນີ້ ຍັງເຮັດໃຫ້ລົດໂຮງຮຽນ, ລົດສາມລໍ້ ແລະ ຍານພາຫະນະອື່ນໆ ໄດ້ຮັບຄວາມເສຍຫາຍ. ຜູ້ເຫັນເຫດການລະບຸວ່າ: ລົດບັນທຸກນ້ຳມັນແບກແຕກ ແລະ ແລ່ນຕຳລົດຄັນອື່ນໆໃນຈຸດເກີດເຫດ ກ່ອນເກີດລະເບີດຂຶ້ນ ແລະ ມີໄຟໄໝ້ຢ່າງຮຸນແຮງ.
ເຫດການນີ້ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 28 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກຈຳນວນໜຶ່ງ ໂດຍເຈົ້າໜ້າທີ່ໜ່ວຍງານຄວາມປອດໄພທາງຖະໜົນຂອງໄນຈີເຣຍ ລະບຸວ່າ: ມີເດັກນ້ອຍຢູ່ໃນເຫດການຢ່າງໜ້ອຍ 9 ຄົນ.