ມະຫາວິທະຍາໄລແຫ່ງຊາດ ແລະ UNFPA ເພື່ອຫາລືປັບປຸງຫລັກສູດສັງຄົມສົງເຄາະ
ໃນວັນທີ 22 ກັນຍານີ້ ທີ່ນະຄອນຫລວງວຽງຈັນ, ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບຫລັກສູດສັງຄົມສົງເຄາະ ເພື່ອປັບປຸງວຽກງານພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນວຽກງານສັງຄົມສົງເຄາະ ແລະ ເພື່ອສືບຕໍ່ປັບປຸງເນື້ອໃນຂອງລາຍວິຊາໃຫ້ມີຄວາມສົມບູນ ແລະ ແທດເໝາະກັບສະພາບສັງຄົມໃນປັດຈຸບັນ ໂດຍການເຂົ້າຮ່ວມຂອງຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ຜູ້ຕາງໜ້າ UNFPA ປະຈຳ ສປປ ລາວ.
ທ່ານຮອງອະທິການບໍດີ ໃຫ້ຮູ້ວ່າ: ການຮ່ວມມືຂອງອົງການ UNFPA ກັບມະຫາວິທະຍາໄລແຫ່ງຊາດ ຖືເປັນບາດກ້າວທີ່ສຳຄັນໃນດ້ານວິຊາການໃນ 3 ຄະນະວິຊາຄື: ຄະນະວິທະຍາສາດສັງຄົມ, ຄະນະສຶກສາສາດ ແລະ ຄະນະອັກສອນສາດ ເຊິ່ງກອງປະຊຸມຄັ້ງນີ້ ຖືເປັນການເລີ່ມຕົ້ນປະຕິບັດຮ່ວມກັບຄະນະວິທະຍາສາດສັງຄົມເປັນຄະນະທຳອິດ ເພື່ອປຶກສາຫາລືກ່ຽວກັບການປັບປຸງຫລັກສູດສັງຄົມສົງເຄາະທີ່ໄດ້ເລີ່ມເປີດສອນແຕ່ສົກຮຽນ 2011-2012 ເປັນຕົ້ນມາ ແລະ ໄດ້ສ້າງນັກສັງຄົມສົງເຄາະອອກໄປຮັບໃຊ້ສັງຄົມແລ້ວ 5 ຊຸດ ແລະ ຜ່ານກອງປະຊຸມຄັ້ງນີ້ ຄະນະຮັບຜິດຊອບຂອງທີມງານສອງຝ່າຍໄດ້ປຶກສາຫາລືແຕ່ງຕັ້ງຄະນະຮັບຜິດຊອບໂຄງການຮ່ວມມືດັ່ງກ່າວ ເພື່ອແນໃສ່ຈັດຕັ້ງປະຕິບັດແຜນການຮ່ວມມືນີ້ໃຫ້ໄດ້ຮັບຜົນ.