ຜູ້ນຳ ເວເນຊູເອລາ ປະນາມພຶດຕິກຳທີ່ເປັນໄພຄຸກຄາມໄຮ້ມະນຸດສະທຳຂອງ ສະຫະລັດ
ແຫຼ່ງຂ່າວຈາກຕ່າງປະເທດ ເມື່ອວັນທີ 24 ກັນຍາ ລາຍງານວ່າ: ກອງປະຊຸມສະມັດຊາໃຫ່ຍ ອົງການສະຫະປະຊາຊາດ ຫຼື UNGA ໄດ້ເຜີຍແຜ່ຄິບວີດີໂອ ຖະແຫຼງການຂອງທ່ານ ນີໂຄລັສ ມາດູໂຣ ປະທານາທິບໍດີຂອງ ເວເນຊູເອລາ ເມື່ອວັນທີ 23 ກັນຍານີ້ຕໍ່ກອງປະຊຸມ ມີເນື້ອໃນສ່ວນໃຫ່ຍເປັນການປະນາມພຶດຕິກຳຮຸກຮານ ທີ່ເປັນອາດຊະຍາກອນ ແລະ ປາສະຈາກມະນຸດສະທຳຂອງ ສ. ອາເມລິກາ ທີ່ສະແດງຕົນຢ່າງບໍ່ປິດບັງ ວ່າຕ້ອງການເຮັດທຸກຢ່າງເພື່ອໃຫ້ຕົນຫຼຸດພົ້ນອອກຈາກຕຳແໜ່ງ.
ທ່ານ ນີໂຄລັສ ມາດູໂຣ ກ່າວວ່າ: ກອງກຳລັງຂະໜາດໃຫ່ຍທີ່ສຸດໃນປະຫວັດສາດຂອງ ເວເນຊູເອລາ ພ້ອມທີ່ຈະຕໍ່ສູ້ກັບການຮຸກຮານດ້ວຍຊີວິດ ແລະ ດ້ວຍຄວາມມຸ່ງໝັ້ນ ຕະຫຼອດຮອດການປະຕິບັດກົດໝາຍລະຫວ່າງຊາດ, ໃນຂະນະດຽວກັນ ຜູ້ນຳ ເວເນຊູເອລາ ຍັງຮຽກຮ້ອງໃຫ້ທຸກປະເທດທີ່ປົກປ້ອງສັນຕິພາບຈົ່ງຮ່ວມກັນສະແດງຈຸດຢືນຕໍ່ຕ້ານລັດຖະບານສະຫະລັດ.
ເຖິງແມ່ນວ່າ UN ໃຫ້ການຍອມຮັບທ່ານ ນີໂຄລັສ ມາດູໂຣ ໃນຖານະເປັນຜູ້ນຳທີ່ຖືກຕ້ອງຕາມກົດໝາຍຂອງເວເນຊູເອລາແລ້ວກໍຕາມ ແຕ່ສະຫະລັດອາເມລິກາ ກໍຍັງຕັ້ງລາງວັນນຳຈັບທ່ານ ນີໂຄລັສ ມາດູໂຣ 15 ລ້ານໂດລາ ໃນຂໍ້ຫາຄ້າຢາເສບຕິດພ້ອມພັນທະມິກປະມານ 50 ປະເທດຮັບຮອງເອົາທ່ານ ຮວນກວຍໂດ ຜູ້ນຳຝ່າຍຄ້ານເປັນຜູ້ນຳຂອງ ເວເນຊູເອລາ. ທ່ານ ຮວນກວຍໂດ ມີຄິບວີດີໂອ ຮຽກຮ້ອງໃຫ້ບັນດາປະເທດທີ່ສະໜັບສະໜູນຕົນມີມາດຕະການເພື່ອຂັບໄລ່ທ່ານ ນີໂຄລັສ ມາດູໂຣ ອອກຈາກຕຳແໜ່ງ.