ໄຟໄໝ້ສູນວິໄຈ ແລະ ພັດທະນາຜະລິດຕະພັນຂອງຫົວເວີຍ
September 26, 2020 - 8:34 AM
ສື່ທ້ອງຖິ່ນຂອງຈີນ ລາຍງານວ່າ: ຕອນບ່າຍວັນທີ 25 ກັນຍາ ໄດ້ເກີດເຫດລະເບີດຢູ່ສູນວິໄຈ ແລະ ພັດທະນາຜະລິດຕະພັນຂອງບໍລິສັດຫົວເວີຍ ໃນເມືອງຕົງກວນ ມົນທົນກວາງຕຸງ ສປ ຈີນ ສົ່ງຜົນໃຫ້ເກີດຄວັນດຳຂະໜາດໃຫຍ່ລອຍຂຶ້ນສູ່ທ້ອງຟ້າ. ຂະນະທີ່ ພະນັກງານທີ່ຢູ່ໃນອາຄານດັ່ງກ່າວຕ່າງແລ່ນໜີເອົາຊີວິດລອດອອກມາ. ຫລ້າສຸດ ພົບຜູ້ເສຍຊີວິດ 3 ຄົນ.
ຕາມການລາຍງານລະບຸວ່າ: ອາຄານດັ່ງກ່າວຍັງຢູ່ໃນລະຫວ່າງການກໍ່ສ້າງ.