ເຮືອບິນທະຫານຕົກຢູ່ອູແກຣນ ພົບຜູ້ເສຍຊີວິດແລ້ວຢ່າງໜ້ອຍ 22 ຄົນ
ຄືນວັນທີ 26 ກັນຍາຜ່ານມາ, ຕາມເວລາທ້ອງຖິ່ນປະເທດອູແກຣນ ໄດ້ເກີດເຫດເຮືອບິນກອງທັບທະຫານອູແກຣນຕົກລະຫວ່າງກຳລັງລົງຈອດຢູ່ເມືອງຄາດິບ ທາງຕາເວັນອອກສຽງເໜືອຂອງປະເທດ ຈົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 22 ຄົນ (ສ່ວນຫລາຍເປັນນັກຮຽນທະຫານ 20 ຄົນຈາກຈຳນວນຜູ້ໂດຍສານທັງໝົດ) ອີກ 2 ຄົນໄດ້ຮັບບາດເຈັບສາຫັດ. ຂະນະທີ່ອີກ 3 ຄົນຍັງຫາຍສາບສູນ.
ໂດຍເຮືອບິນລຳທີ່ຕົກຄື Antonov-26 ເຊິ່ງໃນລະຫວ່າງທີ່ເກີດເຫດນັ້ນເປັນໄລຍະເວລາປະມານ 20:50 ໂມງ ແລະ Antonov-26 ຢູ່ລະຫວ່າງການເປັນພາຫະນະໃນໄຟລບິນແບບຝຶກໃຫ້ນັກຮຽນທະຫານຈາກ Kharkiv Air Force University.
ທ່ານ ອັນທອນ ເຈີຣັດເຊນໂກ ຮອງລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບຂອງອູແກຣນ ໄດ້ກ່າວເຖິງໂສດນາດຕະກຳໃນຄັ້ງນີ້ຕໍ່ AFP ວ່າ: ເປັນເຫດການທີ່ເຮັດໃຫ້ທ່ານຮູ້ສຶກ “ຊ໊ອກ” ຫລາຍ ແລະ ກຳລັງຢູ່ລະຫວ່າງການເປີດການສືບສວນສາເຫດຂອງເຫດການເຮືອບິນຕົກໃນຄັ້ງນີ້ ເຊັ່ນດຽວກັບການເນັ້ນໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງເລັ່ງຄົ້ນຫາຜູ້ສູນຫາຍອີກ 3 ຄົນ.