ນາຍົກລັດຖະມົນຕີຂອງເລບານອນປະກາດລາອອກ ທ່າມກາງສະພາບແວດລ້ອມທາງເສດຖະກິດ ແລະ ການເມືອງ
ທ່ານ Moustapha Adib ນາຍົກລັດຖະມົນຕີຂອງປະເທດເລບານອນ ປະກາດອອກລາໃນວັນທີ 26 ກັນຍານີ້ ທ່າມກາງຄວາມອັບຈົນທາງການເມືອງໃນຂໍ້ຂັດແຍ່ງຂອງການຈັດຕັ້ງລັດຖະບານ ເຊິ່ງສົ່ງຜົນກະທົບຕໍ່ຄວາມພະຍາຍາມຂອງປະທານາທິບໍດີ Emmanuel Macron ແຫ່ງຝຣັ່ງ ໃນການທຳລາຍທາງຕັນທີ່ອັນຕະລາຍໃນປະເທດກຳລັງປະສົບວິກິດ. ການລາອອກຄັ້ງນີ້ ເກີດຂຶ້ນຫລັງຈາກເກືອບ 1 ເດືອນທີ່ທ່ານ Adib ໄດ້ຮັບແຕ່ງຕັ້ງໃຫ້ເຂົ້າມາເຮັດວຽກ ແລະ ເກີດຂຶ້ນເກືອບຈະທັນທີຫລັງຈາກກອງປະຊຸມຄັ້ງຫລ້າສຸດຕໍ່ປະທານາທິບໍດີ Michel Aoun.
ຜູ້ນຳຂອງຝຣັ່ງ ໄດ້ກົດດັນໃຫ້ນັກການເມືອງຂອງເລບານອນ ເພື່ອໃຫ້ຈັດຕັ້ງຄະນະລັດຖະບານໃໝ່ ເຊິ່ງປະກອບດ້ວຍຜູ້ຊ່ຽວຊານອິດສະຫລະທີ່ມີອຳນາດໃນການອອກກົດໝາຍປະຕິຮູບສະບັບຮີບດ່ວນ ເພື່ອປ້ອງກັນເລບານອນຈາກວິກິດເສດຖະກິດ ແລະ ການເງິນທີ່ຮຸນແຮງກວ່າເກົ່າ ຫລັງຈາກເຫດລະເບີດຄັ້ງໃຫຍ່ເມື່ອວັນທີ 4 ສິງຫາຜ່ານມາ ຢູ່ທ່າເຮືອຂອງເມືອງເບຣຸດ.
ແຕ່ຄວາມພະຍາຍາມຂອງທ່ານ Adib ທີ່ໄດ້ຮັບການສະໜັບສະໜູນຈາກຝຣັ່ງ ຕ້ອງປະສົບອຸປະສັກຫລາຍປະການ ຫລັງຈາກກຸ່ມມຸດສະລິມຊີອະ 2 ກຸ່ມຫລັກຂອງປະເທດຄື Hezbollah ແລະ Amal ຢືນຢັນຈະຍຶດອຳນາດຂອງກະຊວງການເງິນທີ່ສຳຄັນໄວ້ ໂດຍການຢືນຢັນຂອງພວກເຂົາເກີດຂຶ້ນຫລັງຈາກລັດຖະບານອາເມລິກາ ປະກາດຂວ້ຳບາດນັກການເມືອງອາວຸໂສ 2 ຄົນທີ່ໃກ້ຊິດກັບກຸ່ມ Hezbollah ເຊິ່ງ 1 ໃນນັ້ນປະກອບດ້ວຍອະດີດລັດຖະມົນຕີຂອງກະຊວງການເງິນ.
ທັງ 2 ກຸ່ມຢືນຢັນຈະໃຊ້ອຳນາດເພື່ອສະເໜີຊື່ລັດຖະມົນຕີທີ່ເປັນຊາວຊີອະໃຫ້ດຳລົງຕຳແໜ່ງໃນຄະນະລັດຖະບານຊຸດໃໝ່ ແລະ ຄັດຄ້ານແນວທາງຂອງທ່ານ Adib ທີ່ກຳລັງຈັດຕັ້ງລັດຖະບານ ໂດຍບໍ່ໄດ້ປຶກສາຫາລືກັບພວກເຂົາ.
ຫລັງຈາກກອງປະຊຸມສັ້ນໆກັບທ່ານ Aoun ໃນວັນທີ 26 ກັນຍາ, ທ່ານ Adib ກ່າວວ່າ ທ່ານກຳລັງກ້າວລົງຈາກຕຳແໜ່ງ ເນື່ອງຈາກຮູບແບບຂອງຄະນະລັດຖະບານທີ່ທ່ານຕ້ອງການຈະຈັດຕັ້ງຂຶ້ນນັ້ນຖືກຜູກມັດໄວ້ໃຫ້ກັບຄວາມລົ້ມເຫລວ ເຖິງວ່າທ່ານຈະກະຕືລືລົ້ນສຳລັບການປົກປ້ອງເອກະພາບຂອງປະເທດ.
ເລບານອນ ເຊິ່ງໃນອະດີດເປັນລັດໃນອາລັກຂາຂອງປະເທດຝຣັ່ງ ກຳລັງຕິດຢູ່ໃນວິກິດເສດຖະກິດ ແລະ ການເງິນຮຸນແຮງທີ່ສຸດໃນປະຫວັດສາດສະໄໝໃໝ່ຂອງປະເທດ ໂດຍມີການຜິດນັດຊຳລະໜີ້ເປັນຄັ້ງທຳອິດໃນປະຫວັດສາດເມື່ອເດືອນມີນາຜ່ານມາ ແລະ ສະກຸນເງິນຂອງປະເທດໄດ້ພັງທະລາຍລົງ ເຊິ່ງນຳໄປສູ່ສະພາບເງິນເຟີ້ທີ່ສູງເກີນໄປ ລວມທັງຄວາມທຸກຍາກ ແລະ ການວ່າງງານທີ່ເພີ່ມສູງຂຶ້ນ.
ວິກິດຍິ່ງຮຸນແຮງຂຶ້ນ ຫລັງຈາກການລະເບີດເມື່ອວັນທີ 4 ສິງຫາຜ່ານມາ ຢູ່ທ່າເຮືອເບຣຸດ ເນື່ອງຈາກການລະບາດຂອງສານແອມໂມເນຍໄນເຕຣດຫລາຍພັນໂຕນ ເຊິ່ງມີຜູ້ເສຍຊີວິດເກືອບ 200 ຄົນ ລວມທັງບາດເຈັບອີກຫລາຍພັນຄົນ ແລະ ສ້າງຄວາມສູນເສຍມູນຄ່າຫລາຍພັນລ້ານໂດລາ.