ສ.ເກົາຫຼີ ຈັດພິທີສົ່ງອັດຖິທະຫານຈີນທີ່ເສຍຊີວິດໃນປາງສົງຄາມເກົາຫຼີ ກັບຄືນປິຕຸພູມ
September 28, 2020 - 3:53 PM
ຂ່າວຈາກຕ່າງປະເທດ ວັນທີ 27 ກັນຍານີ້ ໃຫ້ຮູ້ວ່າ: ພິທີດັ່ງກ່າວຈັດຂຶ້ນທີ່ສະໜາມບິນນານາຊາດ ອິນຊອນ ທາງທິດຕາເວັນຕົກຂອງນະຄອນໂຊລ ເມື່ອເຊົ້າວັນທີ 27, ໂດຍມີອັດຖິທະຫານຈີນ ທີ່ສົ່ງກັບໄປທັງໝົດ 117 ອັດຖິ.
ທັງນີ້ຈີນໄດ້ສົ່ງກຳລັງທະຫານຮ່ວມຕໍ່ສູ້ຄຽງບ່າຄຽງໄຫຼ່ກັບເກົາຫຼີເໜືອໃນສົງຄາມແຫຼມເກົາຫຼີ ຊຶ່ງເປັນການລົບກັບກອງທັບຂອງເກົາຫຼີໃຕ້ ແລະ ກອງທັບສະຫະປະຊາຊາດພາຍໃຕ້ການນຳຂອງ ສ. ອາເມລິກາ ລະຫວ່າງປີ 1950–1953 .
ຕໍ່ມາລັດຖະບານເກົາຫຼີໃຕ້ເຮັດຂໍ້ຕົກລົງຮ່ວມກັບຈີນໃນການສົ່ງມອບທະຫານຈີນກັບປະເທດດ້ວຍເຫດຜົນດ້ານມະນຸດສະຍະທຳ ແລະ ຕາມຂໍ້ກົດໝາຍລະຫວ່າງປະເທດຊຶ່ງເກີດຂຶ້ນລະຫວ່າງປີ 2014-2019 ມີການສົ່ງມອບຄືນອັດຖິທະຫານຈີນທັງໝົດໄປແລ້ວ 599 ອັດຖິ.