ປະກາດກົດໄອຍະການເສິກໃນບາງພື້ນທີ່ຂອງອາຣເມເນຍ-ອາເຊີໄບຈານ ຫລັງປະທະເດືອດໃນພື້ນທີ່ຂັດແຍ່ງ ເສຍຊີວິດແລ້ວ 24 ຄົນ

ປະກາດກົດໄອຍະການເສິກໃນບາງພື້ນທີ່ຂອງອາຣເມເນຍ-ອາເຊີໄບຈານ ຫລັງປະທະເດືອດໃນພື້ນທີ່ຂັດແຍ່ງ ເສຍຊີວິດແລ້ວ 24 ຄົນ -                                                                                         - ປະກາດກົດໄອຍະການເສິກໃນບາງພື້ນທີ່ຂອງອາຣເມເນຍ-ອາເຊີໄບຈານ ຫລັງປະທະເດືອດໃນພື້ນທີ່ຂັດແຍ່ງ ເສຍຊີວິດແລ້ວ 24 ຄົນ
ປະກາດກົດໄອຍະການເສິກໃນບາງພື້ນທີ່ຂອງອາຣເມເນຍ-ອາເຊີໄບຈານ ຫລັງປະທະເດືອດໃນພື້ນທີ່ຂັດແຍ່ງ ເສຍຊີວິດແລ້ວ 24 ຄົນ - kitchen vibe - ປະກາດກົດໄອຍະການເສິກໃນບາງພື້ນທີ່ຂອງອາຣເມເນຍ-ອາເຊີໄບຈານ ຫລັງປະທະເດືອດໃນພື້ນທີ່ຂັດແຍ່ງ ເສຍຊີວິດແລ້ວ 24 ຄົນ

ການ​ປະ​ທະ​ລະຫວ່າງກອງທັບ​ອາ​ເມ​ເນຍ ​ແລະ ອາ​ເຊີ​ໄບຈານ ​ໃນ​ພາກພື້ນນາ​ກໍ​ໂນ​-ຄາຣາບັດ ​ເຊິ່ງ​ເປັນ​ພື້ນທີ່​ຂັດ​ແຍ່ງ​ລະຫວ່າງ​ສອງ​ປະ​ເທດ ​ເປີດ​ສາກ​ຍິງ​ນັບ​ແຕ່​ເຊົ້າວັນ​ທີ 27 ກັນຍາ​ຜ່ານ​ມາ ຕໍ່​ເນື່ອງ​ຈົນ​ຮອດ​ວັນ​ທີ 28 ກັນຍາ ​ເປັນ​ມື້ທີ 2 ສົ່ງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລ້ວ​ ທັງ​ທະຫານ ​ແລະ ພົນລະ​ເຮືອນ​ຢ່າງ​ໜ້ອຍ 24 ຄົນ ​ແລະ ບາດ​ເຈັບ​ນັບ​ຮ້ອຍ​ຄົນ ​ໂດຍ​ຖື​ເປັນ​ເຫດ​ປະ​ທະ​ຮຸນ​ແຮງ​ທີ່​ສຸດ​ລະຫວ່າງ​ສອງ​ປະ​ເທດ​ນັບ​ແຕ່​ປີ 2016.

ກະຊວງ​ປ້ອງຄວາມ​ສະຫງົບ​ອາ​ເມ​ເນຍລາຍ​ງານ​ວ່າ: ​ເຫດ​ປະ​ທະ​ເກີດ​ຂຶ້ນຫລັງ​ກອງທັບ​ອາ​ເຊີ​ໄບຈານ​ໂຈມ​ຕີພື້ນທີ່​ອາ​ໄສ​ຂອງ​ພົນລະ​ເຮືອນ​ອາ​ເມ​ເນຍຫລາຍ​ຈຸດ​ໃນ​ນາ​ກໍ​ໂນ-ຄາຣາບັດ ລວມທັງ​ເມືອງ​ສະ​ເຕພາ​ນາ​​ແກ​ດ ​ເມືອງ​ຫລວງ​ຂອງ​ພາກພື້ນ.

ປະກາດກົດໄອຍະການເສິກໃນບາງພື້ນທີ່ຂອງອາຣເມເນຍ-ອາເຊີໄບຈານ ຫລັງປະທະເດືອດໃນພື້ນທີ່ຂັດແຍ່ງ ເສຍຊີວິດແລ້ວ 24 ຄົນ - Visit Laos Visit SALANA BOUTIQUE HOTEL - ປະກາດກົດໄອຍະການເສິກໃນບາງພື້ນທີ່ຂອງອາຣເມເນຍ-ອາເຊີໄບຈານ ຫລັງປະທະເດືອດໃນພື້ນທີ່ຂັດແຍ່ງ ເສຍຊີວິດແລ້ວ 24 ຄົນ

​ເຊິ່ງກອງທັບ​ອາ​ເມ​ເນຍ​ໂຈມ​ຕີ​ຕອບ​ໂຕ້​ອາ​ເຊີ​ໄບຈານ​ດ້ວຍ​ການ​ທຳລາຍ​ລົດ​ຕັງ 3 ຄັນ ​ແລະ ​ຍິງ​​ເຮ​ລິບ​ກົບ​ແຕ 2 ລຳ ​ແລະ ​ເຮືອບິນ​ບໍ່ມີ​ຄົນ​ຂັບ 3 ລຳ​ຕົກ. ຂະນະ​ທີ່​ແຕ່ລະ​ຝ່າຍ​ອ້າງ​ວ່າ: ມີ​ການ​ໃຊ້​ອາວຸດ​ໜັກ ທັງ​ປືນ​ໃຫຍ່ ​ແລະ ຈະ​ຫລວດ​ຕອບ​ໂຕ້​ກັນ.

ຫລັງ​ເກີດ​ເຫດ​ມີ​ການ​ປະກາດ​ກົດ​ໄອ​ຍະ​ການ​ເສິກ​ຂຶ້ນ​ໃນ​ຫລາຍ​ພື້ນທີ່​ຂອງ​ອາ​ເຊີ​ໄບຈານ ​ແລະ ອາ​ເມ​ເນຍ ລວມທັງ​ພື້ນທີ່​ພາ​ກໍ​ໂນ-ຄາຣາບັດ ​ເຊິ່ງລັດຖະບານ​ອາ​ເມ​ເນຍ​ໄດ້​ສັ່ງ​ເຄື່ອນ​ກຳລັງ​ທະຫານ​ທັງ​ໝົດ.

ຂະນະ​ທີ່​ທ່ານ ອິລຮາມ ອາລີ​ເຢບ ປະທານາທິບໍດີ​ອາ​ເຊີ​​ໄບຈານ ສັ່ງ​ເຄື່ອນ​ກຳລັງ​ທະຫານ​ບາ​ງສ່ວນ​ເຂົ້າພື້ນທີ່ ພ້ອມ​ເດີນ​ໜ້າ​ປະຕິບັດ​ການ​ຕອບ​ໂຕ້​ການ​ໂຈມ​ຕີ​ຈາກ​ກອງທັບ​ອາ​ເມ​ເນຍຢ່າງ​ເຕັມທີ່.

ສຳລັບ​ພາກພື້ນນາ​ກໍ​ໂນ-ຄາຣາບັດ ​ເຊິ່ງຕັ້ງຢູ່​ທາງ​ໃຕ້​ຂອງ​ພູ​ເຂົາ​ຄໍ​ເຄຊັສ ​ເປັນ​ເຂດ​ປົກຄອງ​ຕົນ​ເອງ​ທີ່​ອາ​ເຊີ​ໄບຈານ​ຄອບ​ຄອງ​ມາ​ແຕ່​ຍຸກ​ສະຫະພາບ​ໂຊ​ວຽດ ​ແລະ ​ໄດ້​ຮັບ​ການ​ຍອມຮັບ​ຈາກ​ນາໆ​ຊາດ ​ໂດຍ​ຖື​ເປັນ​ເສັ້ນທາງ​ສຳຄັນ​ໃນ​ການ​ສົ່ງ​ແກັສ ​ແລະ ນ້ຳມັນ​ຈາກ​ພາກພື້ນ​ໄປ​ຕະຫລາດ​ໂລກ ​ເຊິ່ງພົນລະ​ເຮືອນ​ສ່ວນ​ຫລາຍ​ທີ່​ຄວບ​ຄຸມພື້ນທີ່​ນັ້ນ​ເປັນ​ຊົນ​ພື້ນ​ເມືອງ​ຊາວ​ອາ​ເມ​ເນຍທີ່​ພະຍາຍາມ​ແບ່ງ​ແຍກ​ດິນ​ແດນ ​ແລະ ປະກາດ​ເອກະລາດ​ຈາກ​ອາ​ເຊີ​ໄບຈານ ນັບ​ແຕ່​ປີ 1991.

ສ່ວນ​ປະຊາ​ຄົມ​ໂລກ ທັງ​ອາ​ເມ​ລິ​ກາ, ຣັດ​ເຊຍ, ອີຣານ ​ແລະ ​ປະ​ເທດ​ໃນ​ເອີຣົບ ລວມທັງ​ສະຫະ​ປະຊາ​ຊາດ (UN) ຕ່າງ​ຮຽກຮ້ອງ​ໃຫ້​ທັງ​ສອງ​ຝ່າຍ​ຢຸດ​ການ​ສູ້​ຮົບ ​ແລະ ຫັນ​ໜ້າ​ເຈລະຈາ ​ເພື່ອ​ບັນ​ເທົາ​ຄວາມ​ຂັດ​ແຍ່ງ ​ໂດຍຣັດ​ເຊຍ ​ຖືກ​ເບິ່ງ​ວ່າ​ເປັນ​ພັນທະ​ມິດ​ຂອງ​ອາ​ເມ​ເນຍ ຮຽກຮ້ອງ​ໃຫ້​ທັງ​ສອງ​ຝ່າຍ​ຢຸດ​ຍິງ​ທັນທີ ​ພ້ອມ​ເຈລະຈາ​​ເພື່ອ​ຫລຸດຜ່ອນ​ບັນຫາ​ຢ່າງ​ສັນຕິ.

ຂະນະ​ທີ່ ປະທານາທິບໍດີ ​ເຣ​ເຈ​ບ ​ໄຕ​ຢິບ ​ແອ​ໂດ​ອັນ ຜູ້ນຳ​ຕວກກີ ​ເຊິ່ງ​ເປັນ​ພັນທະ​ມິດ​ສຳຄັນ​ຂອງ​ອາ​ເຊີ​ໄບຈານ ປະກາດ​ສະໜັບສະໜູນ​ອາ​ເຊີ​ໄບຈານ ພ້ອມ​ຮຽກຮ້ອງ​ໃຫ້​ທົ່ວ​ໂລກ​ສະໜັບສະໜູນ​ອາ​ເຊີ​ໄບຈານ​ໃນ​ການ​ຕໍ່ສູ້​ຈາກ​ການ​ຮຸກ​ຮານ​ທີ່​ເກີດ​ຂຶ້ນ.

ປະກາດກົດໄອຍະການເສິກໃນບາງພື້ນທີ່ຂອງອາຣເມເນຍ-ອາເຊີໄບຈານ ຫລັງປະທະເດືອດໃນພື້ນທີ່ຂັດແຍ່ງ ເສຍຊີວິດແລ້ວ 24 ຄົນ - 4 - ປະກາດກົດໄອຍະການເສິກໃນບາງພື້ນທີ່ຂອງອາຣເມເນຍ-ອາເຊີໄບຈານ ຫລັງປະທະເດືອດໃນພື້ນທີ່ຂັດແຍ່ງ ເສຍຊີວິດແລ້ວ 24 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!