ອັງກິດກຽມເພີ່ມຄວາມເຂັ້ມງວດຂອງນະໂຍບາຍຄວບຄຸມການລະບາດ ທ່າມກາງຈຳນວນຜູ້ຕິດເຊື້ອຢູ່ນະຄອນຫລວງລອນດອນຍັງເພີ່ມຂຶ້ນຕໍ່ເນື່ອງ


ລັດຖະບານຂອງທ່ານ Boris Johnson ໄດ້ເພີ່ມຄວາມຄາດຫວັງຂອງກົດໝາຍຄວບຄຸມ COVID-19 ສະບັບໃໝ່ທີ່ເຂັ້ມງວດຂຶ້ນຢູ່ນະຄອນຫລວງລອນດອນ ແລະ ພື້ນທີ່ຂະໜາດໃຫຍ່ຂອງປະເທດ ເພື່ອພະຍາຍາມຄວບຄຸມການລະບາດຂອງພະຍາດທີ່ກຳລັງຮຸນແຮງຂຶ້ນອີກ.
ສຳນັກຂ່າວ The Times ລາຍງານເຖິງຂໍ້ຈຳກັດໃໝ່ທີ່ຢູ່ລະຫວ່າງການພິຈາລະນາຂອງລັດຖະບານ ກ່ຽວກັບການຫ້າມບໍ່ໃຫ້ບຸກຄົນຕ່າງຄອບຄົວມີການປະປົນກັນ ລວມທັງການປິດຮ້ານບັນເທີງ ແລະ ຮ້ານອາຫານອີກ.
ອາດມີການບັງຄັບໃຊ້ກົດໃໝ່ໃນອາທິດນີ້ຢູ່ Merseyside ເຊິ່ງເປັນມະຫານະຄອນທາງຕາເວັນອອກສຽງເໜືອຂອງອັງກິດ ແລະ ເມືອງ Lancashire ໂດຍມີນະຄອນຫລວງລອນດອນຮ່ວມຢູ່ນຳເຊັ່ນກັນ, ສ່ວນໂຮງຮຽນຈະຍັງເປີດຢູ່ ພ້ອມກັບຮ້ານຄ້າ, ໂຮງງານ ແລະ ສຳນັກງານ ເຊິ່ງເຈົ້າໜ້າທີ່ບໍ່ສາມາດເຮັດວຽກຈາກຢູ່ເຮືອນໄດ້.
ຂໍ້ຈຳກັດດັ່ງກ່າວ ຈະມາພ້ອມກົດລະບຽບທີ່ເຂັ້ມງວດຂຶ້ນ ເຊິ່ງມີຜົນບັງຄັບໃຊ້ໃນວັນທີ 5 ຕຸລານີ້ ລວມທັງຂໍ້ກຳນົດທາງກົດໝາຍສຳລັບຜູ້ທີ່ຈະກັກຕົນເອງ ຖ້າພວກເຂົາມີຜົນການທົດສອບໃນທາງບວກສຳລັບ COVID-19 ຫລື ຖ້າໄດ້ຮັບຄຳສັ່ງໃຫ້ປະຕິບັດໂດຍເຈົ້າໜ້າທີ່ສາທາລະນະສຸກ ໂດຍຜູ້ຝ່າຝືນກົດໝາຍຕ້ອງຄ່າປັບໄໝສູງເຖິງ 10.000 ປອນ (12.800 ໂດລາສະຫະລັດ).
ເຖິງຢ່າງໃດກໍຕາມ, ທ່ານ Andy Burnham ເຈົ້າເມືອງ Manchester ໄດ້ອອກມາເຕືອນວ່າ: ໄລຍະເຄີຟິວ 22:00 ໂມງ ສຳລັບຮ້ານບັນເທີງທີ່ກຳນົດໂດຍລັດຖະບານ ເຮັດໃຫ້ມີຄວາມສ່ຽງທີ່ການລະບາດຈະເກີດຂຶ້ນອີກ ເນື່ອງຈາກມັນໝາຍຄວາມວ່າ: ໄວໜຸ່ມຈະຕ້ອງມຸ່ງໄປທີ່ຊຸບເປີມາເກັດ ເພື່ອຊື້ເຄື່ອງດື່ມແອວກໍຮໍ ແລະ ມາລວມຕົວກັນເພື່ອດື່ມຕາມທ້ອງຖະໜົນ.