ສະຖາບັນການຕ່າງປະເທດ ລາວ-ໄທ ຕົກລົງຮ່ວມມືສອງຝ່າຍ
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງ ສະຖາບັນການຕ່າງປະເທດ ສປປ ລາວ ແລະ ສະຖາບັນການຕ່າງປະເທດ ເທວະວົງ ວະໂຣປະການ ແຫ່ງ ຣາຊະອານາຈັກໄທ ວ່າດ້ວຍ ການຮ່ວມມືສອງຝ່າຍ ໄດ້ມີຂຶ້ນໃນວັນທີ 28 ກັນຍານີ້ ທີ່ນະຄອນຫລວງວຽງຈັນ ລະຫວ່າງທ່ານ ໄມ ໄຊຍະວົງສ໌ ຫົວໜ້າສະຖາບັນການຕ່າງ ປະເທດ ແລະ ທ່ານ ດຳຣົງ ໃຄ່ຣຄວນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈໍາລາວ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ ລາວ-ໄທ ກໍຄືສອງສະຖາບັນດັ່ງກ່າວ ເພື່ອເສີມສ້າງຂີດຄວາມອາດສາມາດໃນການປະຕິບັດວຽກງານຂອງຕົນ ເປັນຕົ້ນຈະຊ່ວຍກັນຈັດຊຸດຝຶກອົບຮົມວຽກງານການທູດ ແລະ ສົ່ງເສີມການແລກປ່ຽນຢ້ຽມຢາມຖອດຖອນບົດຮຽນຊຶ່ງກັນ ແລະ ກັນໃຫ້ມີປະສິດທິພາບກວ່າເກົ່າ.
ສປປ ລາວ ແລະ ຣາຊະອານາຈັກໄທ ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີການຜູກພັນກັນທາງດ້ານຮີດຄອງປະເພນີ, ວັດທະນະທໍາ, ພາສາປາກເວົ້າ, ມີຊາຍແດນຕິດຈອດກັນທັງທາງບົກ ແລະ ທາງນໍ້າ ນັບແຕ່ເໜືອນຕະຫລອດໃຕ້. ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນເລີ່ມແຕ່ວັນທີ 19 ທັນວາ 1950 ເປັນຕົ້ນມາ. ຕະຫລອດໄລຍະຜ່ານມາ ການພົວພັນຮ່ວມມືສອງຝ່າຍແມ່ນນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງກວ້າງຂວາງ ແລະ ມີຜົນສໍາເລັດຫລາຍດ້ານເຊັ່ນ: ການພັດທະນາພື້ນຖານໂຄງລ່າງ ເພື່ອເຊື່ອມໂຍງເສັ້ນທາງຄົມມະນາຄົມຂົນສົ່ງ, ການຊຸກຍູ້ສົ່ງເສີມການຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ກະສິກຳ, ເສດຖະກິດ, ທ່ອງທ່ຽວ ແລະ ອື່ນໆ ໄດ້ຮັບຜົນສຳເລັດເປັນຢ່າງດີ.