ວັນທີ 2 ທັນວາມີຄວາມໝາຍແນວໃດຈຶ່ງລະນຶກກັນທຸກໆປີ
ໂດຍ: ລູກເມືອງພວນ
ໃຜໆ ກໍຮູ້ແລ້ວວ່າ ວັນທີ 2 ທັນວາ ເປັນວັນຊາດຂອງລາວ, ເປັນວັນແຫ່ງການສະຖາປະນາສ້າງຕັ້ງປະເທດລາວຈາກການເປັນປະເທດ ລາຊະອານາຈັກ ຫຼື ລາຊາທິປະໄຕ ມາເປັນປະເທດ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ.
ປະເທດລາວນັບຕັ້ງແຕ່ມື້ກຳເນີດຂຶ້ນມາ ກໍເປັນປະເທດລາຊະອານາຈັກ ຫຼື ລາຊາທີປະໄຕຕະຫຼອດມາ, ໝາຍຄວາມວ່າເປັນປະເທດທີ່ປົກຄອງດ້ວຍເຈົ້າຊີວິດ, ສັກດິນນາເປັນເວລາຫຼາຍພັນປີ ແລະ ມີບາງຄັ້ງກໍກາຍເປັນລະບອບເຄິ່ງສັກດິນນາ-ນາຍທຶນ, ໂດຍສະເພາະແມ່ນໄລຍະທີ່ມີການຮຸກຮານຈາກພາຍນອກ.
ເຄິ່ງສັກດິນນາ-ນາຍທຶນກໍໝາຍຄວາມວ່າ ເປັນລະບອບສັກດິນນາ ແຕ່ຖືກຄວບຄຸມດ້ວຍພວກຈັກກະພັດ-ນາຍທຶນເຊັ່ນ: ສະໃໝຝຼັ່ງ, ຍີ່ປຸ່ນ ແລະ ອາເມລິການ ປົກຄອງລາວ ແຕ່ຍັງມີເຈົ້າຊີວິດ-ສັກດິນນາຄົງຕົວຢູ່ຮ່ວມກັນ.
ປະເທດສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ມີຄວາມໝາຍວ່າ ປະເທດລາວໄດ້ລຶບລ້າງລະບອບລາຊາທິປະໄຕໄປຢ່າງຊິ້ນເຊີງໃນວັນທີ 2 ທັນວາ 1975 ແລະ ສະຖາປະນາເປັນປະເທດ ສາທາລະນະລັດປະຊາທິປະໄຕປະຊາຊົນລາວຂຶ້ນຢ່າງເປັນທາງການ ແລະ ສະຫງ່າຜ່າເຜີຍ, ຊຶ່ງເປັນລະບອບປະຊາຊົນເປັນເຈົ້າຂອງປະເທດຊາດ, ທຸກຊັ້ນຄົນ ເຜົ່າຊົນໃນປະເທດລ້ວນແຕ່ເປັນເຈົ້າຂອງປະເທດຊາດ ແລະ ມິສິດເທົ່າທຽມກັນຕໍ່ໜ້າກົດໝາຍ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ໂດຍການປົກຄອງລັດພາຍໃຕ້ ຮູບແບບ 3 ອຳນາ(ອຳນາດນິຕິບັນຍັດ, ອຳນາດລັດບໍລິຫານ ແລະ ອຳນາດຕຸລາການ).
ວັນທີ 2 ທັນວາ ເປັນວັນທີ່ມີຄວາມໝາຍຕໍ່ຊີວິດຈິດໃຈ ແລະ ການດຳລົງຊີວິດແບບໃໝ່ຂອງປະຊາຊົນລາວທັງຊາດ, ຊຶ່ງເປັນວັນປະຊາຊົນລາວໄດ້ພົ້ນອອກຈາກແອກປົກຄອງເປັນເວລາຍາວນານຂອງພວກຈັກກະພັກ, ສັກດິນນາ-ນາຍ-ທຶນມາຫຼາຍສະຕະວັດ. ບັດນີ້ປະຊາຊົນລາວໄດ້ມີສິດມີສຽງ ໃນການທຳມາຫາກິນ, ໃນການດຳລົງຊີວິດ ແລະ ເປັນຜູ້ຕັດສິນຊະຕາກຳຂອງປະເທດຊາດ, ຊຶ່ງລະບອບອັນນີ້ ແມ່ນລະບອບທີ່ໃຫ້ຄວາມເປັນມະນຸດສະທຳ, ສິດເສລີພາບໃຫ້ແກ່ປະຊາຊົນລາວທັງຊາດ, ເປັນວັນແຈ້ງເກີດໃໝ່ຂອງຊີວິດປະຊາຊົນລາວ, ເປັນຊີວິດແຫ່ງຄວາມຫວັງ ທີ່ເຕັມໄປດ້ວຍຮອຍຍິ້ມ ແລະ ເອກອ້າງທະນົງໃຈໃນຖານະມິສິດເປັນເຈົ້າຂອງປະເທດຊາດ. ຖານະບົດບາດຂອງລາວກໍນັບມື້ສູເດັ່ນຂຶ້ນຢູ່ໃນເວທີພາກພື້ນ ແລະ ສາກົນ, ທັງໂລກສາມາດຮັບຮູ້ອຳນາດອະທິປະໄຕຂອງປະຊາຊົນລາວ…ປະເທດລາວມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ, ຊຶ່ງເປັນເຫດການປະຫວັດສາດຂອງຊາດລາວທີ່ບໍ່ເຄີຍມີມາກ່ອນ.
ຍ້ອນເຫດຜົນ ແລະ ຄວາມໝາຍດັ່ງກ່າວ, ດັ່ງນັ້ນ ເພື່ອເປັນການສຶກສາອົບຮົມທາງການເມືອງແນວຄິດ, ນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນ, ສຶກສາຈິດໃຈຊາດ, ຄວາມເປັນຊາດ ແລະ ສະຕິຊາດຂອງຄົນລາວໃຫ້ນັບມື້ສູງເດັ່ນຂຶ້ນ, ດ້ານໜຶ່ງອີກກໍເພື່ອສະແດງຄວາມຮູ້ບຸນຄຸນກະຕັນຍູຕໍ່ນັກປະຕິວັດ, ບັນພະບູລຸດທີ່ໄດ້ເສຍເລືອດເນື້ອ ແລະ ຊີວິດ ເພື່ອໄດ້ມາແຜ່ນດີນຕອນນີ້ໄວ້ໃຫ້ແກ່ພວກເຮົາ ຈຶ່ງໄດ້ຈັດຕັ້ງສະເຫຼີມສະຫຼອງວັນດັ່ງກ່າວຂຶ້ນທຸກໆປີ, ແຕ່ປີທີ່ຈັດໃຫ້ຍິ່ງໃຫ່ຍກໍວັກເວັ້ນ 5 ປີໃດເທື່ອໜຶ່ງ.
ສຳລັບວັນຊາດທີ 2 ທັນວາປີນີ້ ຈະເປັນວັນຄົບຮອບ 45 ປີພໍດີ, ຊຶ່ງຈະມີການສະເຫຼີມສະຫຼອງຢ່າງຍິ່ງໃຫ່ຍ ພາຍໃຫ້ຄຳຂວັນປະຢັດມັດທະຍັດ ໃນເງື່ອນໄຂປະເທດຊາດພົບກັບຄວາມຫຍຸ້ງຍາກຫຼາຍປະການ ອັນເນື່ອງມາຈາກການລະບາດຂອງພະຍາດໂຄວິດ-19.
ເຖິງຢ່າງໃດກໍດີ, ເຖິງສິມີໜ້ອຍພວກເຮົາກໍຕ້ອງພ້ອມກັນສະຫຼອງບົນຈິດໃຈປະຢັດ ຮັດສາຍແອວ ແລະ ຮັບປະກັນດ້ານຄວາມປອດໄພທາງດ້ານພະຍາດໂຄວິດ-19 ອີກດ້ວຍ.
ໃກ້ຈະເຖິງວັນວັນຊາດທີ 2 ທັນວາຄົບຮອບ 45 ປີແລ້ວ, ພວກເຮົາປະຊາຊົນລາວທຸກຄົນ, ການຈັດຕັ້ງທຸກພາກສ່ວນ, ອຳນາດການປົກຄອງທຸກຂັ້ນ ຈົ່ງພ້ອມກັນອອກແຮງສ້າງຜົນງານຊິ້ນໂບແດງ ເພື່ອໄວ້ມອບແດ່ວັນຊາດທີ 2 ທັນວາຂອງພວກເຮົາ. ອວຍພອນໃຫ້ວັນຊາດທີ 2 ທັນວ່າຈົ່ງໝັ້ນຍືນ ຢູ່ຄູ່ຄົນລາວຕະຫຼອດໄປ; ພັກປະຊາຊົນປະຕິວັດລາວຈົ່ງໝັ້ນຍືນ, ປະທານໄກສອນພົມວິຫານ, ປະທານສຸພານຸວົງ ຜູ້ກໍ່ຕັ້ງການປະຕິວັດລາວ ແລະ ພັກປະຊາຊົນປະຕິວັດລາວຈົ່ງຍືນຍົງໃນພາລະກິດປະຕິວັດຂອງຊາດລາວຊົ່ວຟ້າກາລະນາ.