ທະນາຄານໂລກຈ່າຍເງິນ 12.000 ລ້ານໂດລາ ຊື້ວັກຊີນຕ້ານໂຄວິດແຈກປະເທດທຸກຍາກ


ທະນາຄານໂລກເລັ່ງຈ່າຍເງິນ 12.000 ລ້ານໂດລາ ຊື້ວັກຊີນໂຄວິດແຈກຢາຍປະເທດທຸກຍາກ ໂດຍມີເປົ້າໝາຍເພື່ອຊ່ວຍເຫລືອປະເທດກຳລັງພັດທະນາທີ່ມີລາຍໄດ້ຕໍ່າ ແລະ ປານກາງ, ພ້ອມຮຽກຮ້ອງໃຫ້ຜູ້ຜະລິດວັກຊີນຈັດສັນວັກຊີນໃຫ້ປະເທດເຫລົ່ານີ້.
ທ່ານ ເດວິດ ມັລພາລ ປະທານທະນາຄານໂລກ ເປີດເຜີຍວ່າ: ທ່ານຈະຂໍໃຫ້ຄະນະກຳມະການອະນຸມັດແຜນຈັດຊື້ວັກຊີນຕ້ານໂຄວິດ-19 ຈຳນວນ 12.000 ລ້ານໂດລາ ເພື່ອຊ່ວຍເຫລືອປະເທດທຸກຍາກ ແລະ ປະເທດກຳລັງພັດທະນາໃນການຈັດຫາວັກຊີນທີ່ພຽງພໍເມື່ອມີການວາງຈຳໜ່າຍໃນອີກບໍ່ເທົ່າໃດເດືອນຕໍ່ໜ້າ.
ທ່ານ ມັລພາລ ໃຫ້ສຳພາດກັບຣອຍເຕີໃນວັນທີ 29 ກັນຍາວ່າ: ໂຄງການຈັດຊື້ວັກຊີນດັ່ງກ່າວ ເຊິ່ງເປັນສ່ວນໜຶ່ງຂອງໂຄງການຊ່ວຍເຫລືອຂອງທະນາຄານໂລກໃນການຮັບມືກັບໂຄວິດ-19 ຈຳນວນເງິນລວມ 160.000 ລ້ານໂດລານັ້ນ ມີເປົ້າໝາຍເພື່ອຊ່ວຍເຫລືອປະເທດຕ່າງໆໃນການຈັດຫາ ແລະ ແຈກຢາຍວັກຊີນຕ້ານໂຄວິດ-19 ໃຫ້ບຸກຄະລາກອນທາງການແພດ ແລະ ເຈົ້າໜ້າທີ່ທີ່ມີຄວາມຈຳເປັນຕ້ອງໄດ້ຮັບວັກຊີນກ່ອນ ແລະ ເພື່ອຂະຫຍາຍການຜະລິດທົ່ວໂລກ ໂດຍທ່ານ ມັລພາລ ຄາດວ່າ: ຄະນະກຳມະການຈະພິຈາລະນາແຜນດັ່ງກ່າວໃນຕົ້ນເດືອນຕຸລານີ້.
ທ່ານ ມັລພາສ ກ່າວວ່າ: ແຜນຂອງທະນາຄານໂລກມີເປົ້າໝາຍເພື່ອຊ່ວຍໃຫ້ປະເທດທຸກຍາກ ແລະ ປະເທດທີ່ມີລາຍໄດ້ປານກາງ ສາມາດເຂົ້າເຖິງວັກຊີນຕ້ານໂຄວິດ-19 ໄດ້ຄືກັບປະເທດຮັ່ງມີ ໂດຍທະນາຄານໂລກຈະຮັບປະກັນດ້ານເງິນທຶນໃນການຈັດຊື້ວັກຊີນ ແລະ ລະບົບການຈັດຈຳໜ່າຍ ເຊິ່ງຈະກະຕຸ້ນໃຫ້ບັນດາບໍລິສັດຜະລິດວັກຊີນຕອບສະໜອງຄວາມຕ້ອງການຂອງປະເທດເຫລົ່ານີ້.