WHO ມີຄວາມເຊື່ອໝັ້ນວ່າ ຈະຄວບຄຸມ ໂຄວິດ-19 ໄດ້

who ມີຄວາມເຊື່ອໝັ້ນວ່າ ຈະຄວບຄຸມ ໂຄວິດ-19 ໄດ້ - 555 76 - WHO ມີຄວາມເຊື່ອໝັ້ນວ່າ ຈະຄວບຄຸມ ໂຄວິດ-19 ໄດ້
who ມີຄວາມເຊື່ອໝັ້ນວ່າ ຈະຄວບຄຸມ ໂຄວິດ-19 ໄດ້ - kitchen vibe - WHO ມີຄວາມເຊື່ອໝັ້ນວ່າ ຈະຄວບຄຸມ ໂຄວິດ-19 ໄດ້

ລາຍງານຈາກຕ່າງປະເທດ ເມື່ອວັນທີ 30 ກັນຍານີ້, ອົງການອະນາໄມໂລກມີຄວາມເຊື່ອໝັ້ນວ່າ ຈະສາມາດຄວບຄຸມພະຍາດໂຄວິດ-19 ໄດ້ ແລະ ກ່າວວ່າການທີ່ມີຜູ້ເສຍຊີວິດໄປ 1 ລ້ານຄົນນັ້ນ ເປັນສິ່ງໜ້າເສົ້າສະຫຼົດໃຈຫຼາຍ.

ຜູ້ປະກາດຂ່າວຂອງອົງການອະນາໄມໂລກ ທ່ານ Margaret Harris ກ່າວວ່າ: ມີຫຼາຍຄົນໄດ້ລາໂລກນີ້ໄປແລ້ວ ໂດຍບໍ່ມີຄົນໃກ້ຊິດ ຮັກແພງມາສົ່ງທາງເລີຍ. ເຖິງຢ່າງໃດກໍຕາມ, ໄດ້ມີສັນຍານເຕືອນທີ່ດີວ່າ ອົງການອະນາໄມໂລກສາມາດຄວບຄຸມເຊື້ອໄວຣັດໂຄໂຣນາ ໄດ້ ເພາະມັນບໍ່ແມ່ນພະຍາດໄຂ້ຫວັດ.

who ມີຄວາມເຊື່ອໝັ້ນວ່າ ຈະຄວບຄຸມ ໂຄວິດ-19 ໄດ້ - Visit Laos Visit SALANA BOUTIQUE HOTEL - WHO ມີຄວາມເຊື່ອໝັ້ນວ່າ ຈະຄວບຄຸມ ໂຄວິດ-19 ໄດ້

ໃນຂະນະທີ່ ສາຫະພັນ ວັກຊີນ(Gavi) ຖະແຫຼງວ່າ ຈະຕອບສະໜອງວັກຊີນເພີ່ມເຕີມ ຕື່ມອີກ 100 ລ້ານໂດສ ໃຫ້ກັບບັນດາປະເທດທີ່ມີລາຍຮັບຕໍ່າ ແລະ ປານກາງ ໃນປີ 2021. ໃນຄຳຖະແຫຼງການດັ່ງກ່າວໃຫ້ຮູ້ວ່າ: ສາຫະພັນ ວັກຊີນ(Gavi) ເຫັນດີໃຫ້ການຮ່ວມມືກັບສະຖາບັນ Serum ຂອງອິນເດຍ ເພື່ອຜະລິດຈຳນວນວັກຊີນດັ່ງກ່າວ.

ໂດຍສະຖານະການດັ່ງກ່າວ, ສະຖາບັນ Serum ຊຶ່ງໃນນາມເປັນຜູ້ຜະລິດວັກຊີນ ແຫຼ່ງໃຫ່ຍທີ່ສຸດຂອງໂລກ ຈະຕອບສະໜອງໃຫ້ທັງໝົດ 200 ລ້ານໂດສ ໃຫ້ກັບໂລກ ຊຶ່ງມີລາຄາຢູ່ທີ່ 3 USD/ໂດສ.

 

who ມີຄວາມເຊື່ອໝັ້ນວ່າ ຈະຄວບຄຸມ ໂຄວິດ-19 ໄດ້ - 4 - WHO ມີຄວາມເຊື່ອໝັ້ນວ່າ ຈະຄວບຄຸມ ໂຄວິດ-19 ໄດ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!