ໄທ ມອບເຄື່ອງການແພດຕ້ານໂຄວິດ-19 ໃຫ້ລາວ
September 30, 2020 - 3:32 PM


ໃນວັນທີ 29 ກັນຍານີ້ ຢູ່ກະຊວງການຕ່າງປະເທດໄທ, ທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດລາວ ປະຈຳຣາຊະອານາຈັກໄທ ໄດ້ເຂົ້າຮັບເຄື່ອງຊ່ວຍເຫລືອທາງການແພດ ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19 ຈາກລັດຖະບານໄທ ທີ່ມອບໃຫ້ລັດຖະບານລາວ ປະກອບມີ: ເຄື່ອງກວດຫາເຊື້ອໂຄວິດ-19 ຈຳນວນ 4 ເຄື່ອງ ແລະ ເຄື່ອງກວດອຸນນະພູມອັດຕະໂນມັດ 4 ເຄື່ອງ ທີ່ເປັນນະວັດຕະກຳເຕັກໂນໂລຊີຂອງສະຖາບັນພຣະຈອມກ້າວ ເຈົ້າຄຸນທະຫານລາດກະບັງ. ພ້ອມນັ້ນ, ສະມາຄົມໄທ-ລາວ ເພື່ອມິດຕະພາບ ແລະ ກົມອາຊີຕາເວັນອອກ ໄດ້ຈັດຫາເຄື່ອງຊ່ວຍຫາຍໃຈອີກ 10 ຊຸດ ເພື່ອມອບໃຫ້ລັດຖະບານລາວໃນໃກ້ໆນີ້.
ການມອບເຄື່ອງຊ່ວຍເຫລືອດັ່ງກ່າວ ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມສ້າງຄວາມສຳພັນທີ່ດີ ລະຫວ່າງສອງປະເທດ ແລະ ກໍເປັນໂອກາດສະເຫລີມສະຫລອງ ວັນຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ (19/12/1950-19/12/2020) ໃຫ້ມີຄວາມໝາຍເລິກເຊິ່ງ.