ຊົມເຊີຍອຸໂມງ 75 ແຫ່ງ ຕະຫລອດແລວທາງລົດໄຟ ລາວ-ຈີນ ເຈາະທະລຸແລ້ວ
ນັບວ່າເປັນຂ່າວດີສຳລັບໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມາຮອດປັດຈຸບັນ ການຊີເຈາະອຸໂມງທັງໝົດ 75 ແຫ່ງ ຕະຫລອດແລວທາງລົດໄຟ ລາວ-ຈີນ ໄດ້ທະລຸສຳເລັດແລ້ວ ໃນວັນທີ 29 ກັນຍານີ້ ເຊິ່ງເປັນຂີດໝາຍບົ່ງບອກທີ່ດີສຳລັບໂຄງການປະຫວັດສາດນີ້ໃກ້ຈະເປັນຈິງແລ້ວ, ສ່ວນການວາງລາງ ແມ່ນໄດ້ສໍາເລັດແລ້ວ 32% ກວມເອົາ 148 ກິໂລແມັດ. ສຳລັບອາຄານສະຖານີ ບາງໜ້າວຽກກໍກໍາລັງດຳເນີນໄປເປັນປົກກະຕິຄື: ສະຖານີນາເຕີຍ ໄດ້ສຳເລັດການເທຫລັງຄາ, ສະຖານີໂພນໂຮງ ແລະ ສະຖານີກາສີ ຄາດວ່າຈະສຳເລັດການກໍ່ສ້າງທັງໝົດ ແລະ ເປີດໃຫ້ບໍລິການໃນເດືອນທັນວາ 2021 ຈະມາເຖິງ.
ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ລາຍງານໃຫ້ຮູ້ໃນພິທີຊົມເຊີຍຜົນສຳເລັດການຊີເຈາະອຸໂມງທົ່ວແລວທາງ ໃນວັນທີ 29 ກັນຍານີ້ ຢູ່ນະຄອນຫລວງວຽງຈັນວ່າ: ໂຄງການລົດໄຟ ລາວ-ຈີນ ເລີ່ມແຕ່ບໍ່ເຕັນ ຊາຍແດນ ລາວ-ຈີນ ຫາ ນະຄອນຫລວງວຽງຈັນ ມີຄວາມຍາວທັງໝົດ 422,4 ກິໂລແມັດ, ຕັ້ງຢູ່ເຂດພູເຂົາສູງຊັນ, ສາຍນໍ້າໄຫລແຮງ, ສະພາບທໍລະນີສາດສັບຊ້ອນ, ມີການເຄື່ອນໄຫວຢູ່ໃຕ້ດິນຢ່າງຮຸນແຮງ, ຊັ້ນຫີນສັບຊ້ອນ, ມີນໍ້າອອກບໍ່ຢູ່ຫລາຍຈຸດ, ຂ້າມຜ່ານແມ່ນໍ້າຂອງສອງຈຸດ ແລະ ຜ່ານເຂດທີ່ບໍ່ມີປະຊາຊົນອາໄສຢູ່ສອງຈຸດ ມີຄວາມຍາວຫລາຍກວ່າ 60 ກິໂລແມັດ.
ຜູ້ອຳນວຍການ ໃຫ້ຮູ້ອີກວ່າ: ນັບແຕ່ເລີ່ມການກໍ່ສ້າງໃນເດືອນທັນວາ 2016 ຜ່ານມາ, ບັນດາວິສາຫະກິດ ແລະ ຜູ້ກໍ່ສ້າງທີ່ເຂົ້າຮ່ວມການກໍ່ສ້າງໂຄງການ ທັງຝ່າຍລາວ ແລະ ສປ ຈີນ ໄດ້ຂ້າມຜ່ານຄວາມຫຍຸ້ງຍາກຫລາຍດ້ານ ເປັນຕົ້ນການຈັດສັນຊັບພະຍາກອນ, ວຽກງານຍົກຍ້າຍ ແລະ ເວນຄືນທີ່ດິນໃຫ້ປະຊາຊົນ, ການນໍາເຂົ້າວັດສະດຸ, ອຸປະກອນ ແລະ ເຄື່ອງຈັກ, ພ້ອມສະພາບການລະບາດຂອງພະຍາດໂຄວິດ-19 ແຕ່ທັງສອງຝ່າຍໄດ້ພະຍາຍາມເຮັດໃຫ້ໂຄງການຍຸດທະສາດຂອງ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສປ ຈີນ ເປັນຍຸດທະສາດຂອງ ສປປ ລາວ ໃນການ “ຫັນປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມຈອດ”.