ຕິດຕາມເບິ່ງບຸນອອກພັນສາປະວໍລະນາປີນີ້ ຈະມີຫຍັງປ່ຽນແປງໃໝ່ບໍ?


ໂດຍ: ລູກເມືອງພວນ.
ບຸນອອກພັນສາປະວໍລະນາ ເປັນງານບຸນຕາມຮີດ 12 ຄອງ 14 ຂອງລາວມາແຕ່ດັ້ງເດີມ. ບຸນອອກພັນສາແມ່ນງານບຸນທີ່ພະສົງອົງຄະເຈົ້າ ຈະໄດ້ອອກຈາກການອະທິຖານຈຳພັນສາ ເປັນເວລາ 3 ເດືອນ ປະຈຳຢູ່ແຕ່ໃນວັດໃດໜຶ່ງເພື່ອສຶກສາຮໍ່າຮຽນ, ປະຕິບັດທຳ, ເທສະໜາຢູ່ກັບທີ່ ບໍ່ໄດ້ໄປວັດອື່ນ ແລະ ນອນຄ້າງຄືນ.
ບຸນອອກພັນສາເປັນງານບຸນໃຫ່ຍປະຈຳປີ ທາງສາສະໜາ, ກ່ອນຈະຮອດມື້ 15 ຄໍ່າ ເດືອນ 11 ເພັງ, ອອກຍາດໂຍມ ຜູ້ເປັນພຸດທະສາສະນິກະຊົນ ພາກັນຫ້າງຫາກະກຽມວັດຖຸປັດໄຈ ໄຊຍະທານ, ສ່ວນພະສົງອົງຄະເຈົ້າກໍທຳຄວາມສະອາດສະຖານທີ່ວັດວາອາຮາມ ເພື່ອຄົບງັນວັນອອກພັນສາຕາມປະເພນີໃຫ້ຄຶກຄື້ນມ່ວນຊື່ນເຊັ່ນ: ສ້າງເຮືອໄຟໂຄກ, ເຮັດກະໂທງ, ປະດັບປະດາວັດວາອາຮາມໃຫ້ສວຍງາມ, ກຽມດອກໄມ້ທູບທຽນບູຊາ ເພື່ອໄຫຼເຮືອໄຟ ແລະ ວຽນທຽນ ຄົບງັນຕາມປະເພນີຢູ່ຕາມວັດວາອາຮາມແຫ່ງຕ່າງໆ.
ບຸນອອກພັນສາ ມັກຈະຕິດພັນກັບກິດຈະກຳຊ່ວງເຮືອ ເພື່ອສະເຫຼີມສະຫຼອງເປີດໜ້ານໍ້າໃໝ່ພາຍຫຼັງສິ້ນສຸດລະດູຝົນຊົນລະທາ. ໂດຍສະເພາະແມ່ນຢູ່ທ່າວັດຈັນ ນະຄອນຫຼວງວຽງຈັນ, ແຕ່ລະປີຈະມີມວນຊົນທົ່ວສາລະທິດເຂົ້າມາເບິ່ງມາຊົມຊ່ວງເຮືອ, ເຂົ້າມາທ່ຽວຊົມ ແລະ ເຂົ້າຮ່ວມກິດຈະກຳຕ່າງໆ, ຊື້ສິນຄ້າ ໃນງານບຸນເປັນຈຳນວນຫຼວງຫຼາຍ. ກ່ອນຈະຮອດມື້ບຸນ 1 ອາທິດກໍໄດ້ມີການຫ້າງຫາກະຽມ ຈັດລະບຽບການຂອງຄະນະກຳມະການຮັບຜິດຊອບງານບຸນໄວ້ລ່ວງໜ້າ ທັງນີ້ກໍເພື່ອຄວາມເປັນລະບຽບຮຽບຮ້ອຍ ໃຫ້ການຫຼີ້ນບຸນມີຄວາມເບີກບານມ່ວນຊື່ນ ແລະ ມີຄວາມປອດໄພຕໍ່ຊັບສິນ ແລະ ຊີວິດຂອງປະຊາຊົນທີ່ເຂົ້າມາໃນງານບຸນ.
ການຫຼີ້ນບຸນອອກພັນສາແຕ່ລະປີ ໂດຍພາບລວມແມ່ນມີຄວາມເປັນລະບຽບຮຽບຮ້ອຍດີພໍສົມຄວນ, ແຕ່ລະປີກໍມີກັນປັບປຸງ, ປ່ຽນແປງ ຖອດຖອນບົດຮຽນຂອງປີຜ່ານມາ ເພື່ອບໍ່ໃຫ້ຊໍ້າຄືນສິ່ງທີ່ຂາດຕົກບົກຜ່ອງ ຫຼື ຈຸດອ່ອນ, ຫາງສຽງຈົ່ມວ່າຂອງມວນຊົນທີ່ເຂົ້າມາສຳຜັດກັບງານບູນ. ໂດຍສະເພາະ ບັນຫາທີ່ຫາງສຽງສັງຄົມຈົ່ມວ່າຫຼາຍກວ່າໝູ່ໃນຊຸມປີຜ່ານມາກໍຄືບັນຫາ ລາຄາສິນຄ້າ, ລາຄາຝາກລົດ(ລົດໃຫຍ່, ລົດຈັກ), ບັນຫາຂີ້ເຫຍື້ອ…ບັນຫາຕ່າງໆດັ່ງກ່າວນັ້ນ, ເຖິງແມ່ນຄະນະກຳມະການຈັດງານບຸນໄດ້ກຳນົດໄວ້ຢ່າງລະອຽດຈະແຈ້ງແລ້ວກໍຕາມ, ແຕ່ໃນພາກປະຕິບັດຕົວຈິງຊໍ້າຜັດບໍ່ເປັນໄປຕາມທີ່ກຳນົດໄວ້, ໂດຍສະເພາະແມ່ນລາຄາຝາກລົດໃຫຍ່, ລົດຈັກ, ລາຄາສິນຄ້າ…ເຫັນວ່າແພງກ່ວາທີ່ທາງຄະນະກຳມະການກຳນົດໄວ້ໃຫ້ທົບ 2-3 ເທົ່າ, ອັນໄດ້ເຮັດໃຫ້ຜູ້ທີ່ເຂົ້າມາໃນງານບຸນແຕ່ລະປີຈົ່ມວ່າ, ສ່ອງແສງຈົນໜາຫູ ແຕ່ກໍຍັງຄືເກົ່າ ບໍ່ມີການປ່ຽນແປງ, ອັນເນື່ອງຈາກວ່າບໍ່ມີຜູ້ໃດຕິດຕາມກວດກາຜູ້ທີ່ປະມູນສະຖານທີ່, ຈຶ່ງເຮັດໃຫ້ຜູ້ປະມູນສວຍໂອກາດຂຶ້ນລາຄາຕາມລຳພັງໃຈ ເອົາລັດເອົາປຽບຜູ້ທີ່ເຂົ້າມາໃຊ້ບໍລິການປີໃດກໍພໍປີນັ້ນ.
ສຳລັບງານອອກພັນສາປະວໍລະນາປີນີ້, ທາງຄະນະກຳມະການຈັດງານບຸນກໍໄດ້ກຳນົດກິດຈະກຳຕ່າງໆ, ກຳນົດລາຄາເຊົ່າສະຖານທີ່ຂາຍເຄື່ອງ, ລາຄາຝາກລົດໃຫຍ່, ລົດຈັກ…ໄວ້ເປັນທີ່ຮຽບຮ້ອຍແລ້ວ:
- ລາຄາສະຖານທີ່ຂາຍເຄື່ອງ 2.000.000 ກີບ
- ລາຄາຝາດລົດໃຫ່ຍ 15.000 ກີບ
- ລາຄາຝາກລົດຈັກ 5.000 ກີບ
- ລາຄາຝາກລົດຖີບ 2.000 ກີບ
ເພື່ອຫຼີກລ່ຽງການຊໍ້າຮອຍຈຸດອ່ອນຂອງປີທີ່ຜ່ານມາ, ຮຽກຮ້ອງໃຫ້ຄະນະກຳມະການຈັດງານບຸນ ຈົ່ງໄດ້ເອົາໃຈໃສ່ຕິດຕາມ, ກວດກາເບິ່ງພຶດຕິກຳຂອງຜູ້ໃຫ້ບໍລິການຈຳນວນໜຶ່ງທີ່ສວຍໂອກາດຂຶ້ນລາຄາ ແລະ ໃຫ້ມີການກ່າວເຕືອນ, ປັບໃໝ, ໃສ່ໂທດຕາມລະບຽບຫຼັກການ ຕາມສະຖານໜັກ ຫຼື ເບົາ, ພ້ອມດຽວກັນນີ້ກໍຮຽກຮ້ອງໃຫ້ຜູ້ທີ່ມາທ່ຽວງານຈົ່ງເປັນເຈົ້າການ, ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ແລະ ສ່ອງແສງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຮັບຊາບທັນການ. ຄວາມເປັນລະບຽບຮຽບຮ້ອຍ, ຄວາມຈົບງາມຂຶ້ນຢູ່ກັບເຮົາເຈົ້າຂ້ອຍໝົດທຸກຄົນ.
ພວກເຮົາທຸກຄົນຈົ່ງພ້ອມກັນຕິດຕາມເບິ່ງວ່າຈະເປັນໄປຕາມນັ້ນທຸກປະການ ຫຼື ບໍ່ ຫຼື ຈະຊໍ້າຮອຍເດີມ, ຈະເປັນໄປແນວໃດນັ້ນ, ຈະມີອັນໃດໃໝ່, ດີກ່ວາເກົ່າ ຫຼື ບໍ່, ປາສະຈາກການຈົ່ມວ່າຂອງສັງຄົມຕໍ່ບັນຫາເດີມໆນັ້ນ ຫຼື ບໍ່ ຈົ່ງພ້ອມກັນຕິດຕາມເບິ່ງຕົວຈິງ.