ຄົນແບບໃດທີ່ຜູ້ບໍລິຫານຍຸກໃໝ່ກຳລັງຊອກຫາ


ໜຶ່ງໃນສິ່ງທີ່ຈະເຮັດໃຫ້ທີມໄປຮອດເປົ້າໝາຍໄດ້ສຳເລັດຄື “ປະສິດທິພາບຂອງຄົນໃນທີມ” ຖ້າຜູ້ຫລິ້ນມີ Performance ທີ່ດີ ຈະເຮັດໃຫ້ທີມຊະນະໄດ້ບໍ່ຍາກ ຄູຝຶກກໍບໍ່ຕ້ອງເມື່ອຍສອນ.
ແຕ່ຄຳວ່າ ‘Performance ທີ່ດີ’ ທີ່ຜູ້ປະກອບການຊອກຫາຄືຫຍັງ ພຽງແຕ່ເປັນຂະຫຍັນ, ຊື່ສັດ, ອົດທົນ ພຽງພໍແລ້ວ ຫລື ບໍ່ ສຳລັບການເຮັດວຽກໃນຍຸກນີ້.
ເປັນຫຍັງຄົນວ່າງງານ ໃນຂະນະທີ່ຫລາຍບໍລິສັດກຳລັງຕ້ອງການຄົນ
KKP Research ໄດ້ຄາດການໄວ້ວ່າ: ໄລຍະປີນີ້ຈະມີນັກສຶກສາຈົບໃໝ່ທີ່ພ້ອມເຂົ້າສູ່ຕະຫລາດແຮງງານຫລາຍແສນຄົນ, ແຕ່ຈະມີພຽງ 1 ໃນ 3 ເທົ່ານັ້ນທີ່ຈະໄດ້ເຮັດວຽກກົງກັບສາຂາທີ່ຮຽນມາ ຫລື ໄດ້ເຮັດວຽກທີ່ເໝາະສົມກັບທັກສະຂອງຕົນເອງ.
ແລະ ຈະມີຈຳນວນຄົນວ່າງງານ ເພີ່ມສູງເຖິງ 4,9 ລ້ານຄົນ ຄິດເປັນ 13,2% ຂອງຕະຫລາດແຮງງານ.
ຫລາຍບໍລິສັດ ກຳລັງຊອກຫາຄົນອີກຫລາຍຕຳແໜ່ງເຂົ້າມາຮ່ວມທີມ, ແຕ່ບັນຫາຄື “ຍັງຫາຄົນທີ່ເໝາະສົມບໍ່ໄດ້”.
ເກນຫຍັງແດ່ທີ່ຜູ້ປະກອບການຍຸກນີ້ຊອກຫາ
ຕອນສຳພາດວຽກ ຈະມີກົດເກນເຫລົ່ານີ້ເພື່ອເບິ່ງວ່າໃຜຈະໄດ້ໄປຕໍ່
- ຄົນຜູ້ນີ້ມີການຕັດສິນທີ່ດີບໍ່ ກ້າຕັດສິນໃຈ ຫລື ບໍ່
- ເອົາແນວຄິດຕົນເອງເປັນໃຫຍ່ຊໍ່າໃດ
- Common Sense ເປັນແນວໃດ ເລື່ອງພື້ນຖານເຂົາຄິດເອງໄດ້ບໍ່ ຫລືວ່າ ຕ້ອງສອນ
- ຈົບມາດົນ ເຮັດວຽກມາຫລາຍບ່ອນ ແຕ່ພ້ອມ Reskill ຫລື ບໍ່
- Attitude Test ໂດຍການເຮັດແບບທົດສອບ Check EQ ເຊັ່ນ: ເວລາຄຽດເຂົາຈະຈັດການອາລົມແນວໃດ
ຄົນຫາກໍຈົບໃໝ່ກໍມີ Entrepreneur Mindset ໄດ້
ຫລາຍຄົນອາດຈະສົງໄສວ່າ ຕົນເອງຫາກໍຮຽນຈົບໃໝ່ ຫລື ຫາກໍເຂົ້າມາເຮັດວຽກໄດ້ບໍ່ດົນ ເປັນຫຍັງອົງການຈຶ່ງມີຄວາມຄາດຫວັງສູງ ຫລື ຕ້ອງການໃຫ້ມີ Mindset ແບບຜູ້ບໍລິຫານ ໃນຄວາມເປັນຈິງແລ້ວ ເຮົາສາມາດມີວິທີຄິດແບບນັ້ນໄດ້ແທ້ບໍ່ ?
ຄວາມຈິງແລ້ວ ການມີ Mindset ແບບຜູ້ປະກອບການກໍຄື “ຕັ້ງເປົ້າໝາຍແລ້ວຕ້ອງບໍ່ຍອມແພ້” ຕ້ອງມີຄວາມຈະເອົາໃຫ້ໄດ້ ພະຍາຍາມເຮັດທຸກວິທີທາງເພື່ອໃຫ້ໄປຮອດເປົ້າໝາຍ ເຖິງວ່າຈະຕ້ອງຂໍການຊ່ວຍເຫລືອຈາກຄົນອື່ນ ກໍຕ້ອງເຮັດ.
ແລະ ສິ່ງສຳຄັນ ຖ້າລົ້ມເຫລວຕ້ອງກ້າຍອມຮັບ ຄື Startup ເວລາທີ່ລາວເຈັ້ງກໍເຈັ້ງເລີຍ ເພາະຖ້າລົງສະໜາມຕົວຈິງ ກໍຕ້ອງເຈັບແທ້ ເພື່ອໃຫ້ເກີດການຮຽນຮູ້.
ສ່ວນ Employee Mindset ກໍຈະມີວິທີຄິດແຕກຕ່າງອອກໄປ ໂດຍສ່ວນໃຫຍ່ຈະຍຶດຖືວິທີການຫລາຍກວ່າເປົ້າໝາຍ ບາງເທື່ອມີອີກຫລາກຫລາຍວິທີທີ່ຈະຊ່ວຍໃຫ້ເຮົາໄປຮອດ ເມື່ອເຮັດຕາມວິທີທີ່ຄິດໄວ້ບໍ່ໄດ້ Employee Mindset ກໍຈະບອກໃຫ້ຖອຍ ຍອມແພ້ ຕ້ອງປັບເປົ້າໝາຍໃໝ່.
ບາງຄົນເວລາຜິດພາດຍັງຮຽກຮ້ອງຂໍໂບບັດ, ເງິນເດືອນຕ້ອງໄດ້ທໍ່ເກົ່າ ຫລື ທຸກເທື່ອທີ່ຜິດພາດ ມັກເບິ່ງວ່າເປັນຄວາມຜິດເຈົ້ານາຍສະເໝີ (ແຕ່ບໍ່ແມ່ນວ່າເຈົ້ານາຍຈະຜິດບໍ່ໄດ້ ແລະ Leader ກໍຕ້ອງມີ Outward Mindset ເຊັ່ນກັນ).
ສະຫລຸບສັ້ນໆສົ່ງທ້າຍເຖິງສິ່ງທີ່ຈະເຮັດໃຫ້ຄົນເຮັດວຽກທຸກຄົນຍັງຄົງ Survive ໃນຍຸກນີ້ໄດ້
- ທຸກຄົນຕ້ອງມີເປົ້າໝາຍ ຮູ້ວ່າຢາກເຮັດຫຍັງ
- ໝັ່ນ Update ເລື່ອງໃໝ່ໆໃນສາຍງານທີ່ເຮັດ
- ຮູ້ວ່າ Skill ຂອງຕົນເອງຄືຫຍັງ ແລະ ຈະເຮັດໃຫ້ອົງການ ຫລື ທີມອື່ນໆ ໄດ້ປະໂຫຍດສູງສຸດຈາກເຮົາແນວໃດ
- Soft Skill ຄືສິ່ງທີ່ຕ້ອງຝຶກຝົນ ຢືດຢຸ່ນໃຫ້ໄດ້ ປັບຕົວໃຫ້ເປັນ