ສ.ເກົາຫລີ ເຫັນດີຊ່ວຍເຫລືອລາວ 2 ໂຄງການມູນຄ່າ 90 ລ້ານໂດລາ
ອີງຕາມການລາຍງານຂ່າວຂອງວຽງຈັນທາຍ ວັນທີ 29 ກັນຍາຜ່ານມານີ້ວ່າ: ເນື່ອງໃນໂອກາດລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຢາມ ພົບປະກັນຂອງທ່ານ Lee Dong Geon ຫົວໜ້າຫ້ອງການກອງທຶນ ຮ່ວມມືເພື່ອພັດທະນາເສດຖະກິດ ຈາກທະນາຄານສົ່ງອອກ-ນຳເຂົ້າ EXIM Bank ຂອງ ສ.ເກົາຫລີ ປະຈຳລາວ ໄດ້ມີການຕົກລົງອະນຸມັດຊ່ວຍເຫລືອລາວ 2 ໂຄງການ ໃນມູນຄ່າ 90 ລ້ານໂດລາສະຫະລັດ.
ຕາມການສະເໜີຂອງກະຊວງແຜນການ ແລະ ການລົງທຶນຕໍ່ ສ.ເຫົາຫລີ ໃນທ້າຍປີ 2019 ຜ່ານມາ ໃຫ້ ສ.ເກົາຫລີ ຊ່ວຍເຫລືອລາວໃນ 14 ໂຄງການ ເຊິ່ງມາຮອດປັດຈຸບັນ ສ.ເກົາຫລີ ເຫັນດີອະນຸມັດຊ່ວຍເຫລືອ 2 ໂຄງການໃນປີ 2020 ປະກອບມີ ໂຄງການຕ້ານຕາຝັ່ງເຈື່ອນ, ຕ້ານນໍ້າຖ້ວມຢູ່ແຂວງຈຳປາສັກ ໄລຍະທີ 2 ມູນຄ່າ 70 ລ້ານໂດລາ ແລະ ໂຄງການເກັບພາສີອາກອນທັນສະໄໝ Tax RIS ໄລຍະ 2 ໃນມູນຄ່າ 20 ລ້ານໂດລາສະຫະລັດ. ສ່ວນອີກ 12 ໂຄງການ ແມ່ນຍັງຢູ່ໃນຂັ້ນຕອນ ແລະຂະບວນການຄົ້ນຄວ້າຂອງ ສ.ເກົາຫລີ.