ຫວຽດນາມຕັ້ງເປົ້າລາຍຮັບຕໍ່ຫົວຄົນໃນປີ 2025ໃຫ້ໄດ້ 5.000 USD/ຄົນ
ຂ່າວຈາກຫວຽດນາມ ວັນທີ 29 ກັນຍານີ້ ໃຫ້ຮູ້ວ່າ: ຫວຽດນາມວາງເປົ້າໄວ້ວ່າ: 5 ປີຕໍ່ໜ້ານີ້ ຈະໃຫ້ GDP ເຕີບໂຕຢູ່ທີ່ 6,5-7%ຊຶ່ງເປັນກຸ່ມປະເທດທີ່ມີການເຕີບໂຕທາງເສດຖະກິດສູງທີ່ສຸດໃນໂລກ ແລະ ວາງເປົ້າໄວ້ວ່າລາຍຮັບສະເລ່ຍຕໍ່ຫົວຄົນຈາກປັດຈຸບັນ 2.750 USD ເປັນ 5.000 USD ໃນປີ 2025.
ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຂອງຫວຽດນາມ ທ່ານ ເຈິນກວກເຟືອງ ໃຫ້ຮູ້ວ່າ: ໃນປີ 2020 ນີ້, ຄາດວ່າຈະໃຫ້ GDP ໄດ້ຢູ່ລາວປະມານ 269 ຕື້ USD, ເພີ່ມຂຶ້ນ 1,4 ເທົ່າ ທຽບໃສ່ປີ 2015. ສະເລ່ຍຕໍ່ຫົວຄົນໃນປີ 2020 ຢູ່ທີ່ປະມານ 2.750USD/ຄົນ, ທົບເກືອບ 1,3 ເທົ່າທຽບໃສ່ປີ 2015.
ເຖິງຢ່າງໃດກໍຕາມ, ອີງຕາມລາຍງານຂອງກະຊວງແຜນການ ແລະ ການລົງທຶນຕີລາຄາວ່າ: ການພັດທະນາເສດຖະກິດ-ສັງຄົມມີຫຼາຍດ້ານຍັງບໍ່ສົມຄູ່ກັບທ່າແຮງ ແລະ ບໍ່ມີຄວາມໝັ້ນທ່ຽງ. ການເຕີບໂຕທາງດ້ານເສດຖະກິດບໍ່ບັນລຸຕາມເປົ້າທີ່ວາງໄວ້.
ສະມັດຖະພາບ, ຄຸນນະພາບ ແລະ ຄວາມສາມາດໃນການແຂ່ງຂັນຍັງບໍ່ທັນສູງ, ຍັງບໍ່ທັນໄດ້ອີງໃສ່ ທາງດ້ານພື້ນຖານວິທະຍາສາດຢ່າງແທ້ຈິງ. ເທັກໂນໂລຊີ ແລະ ການປ່ຽນແປງໃໝ່ຂອງການເຕີບໂຕເສດຖະກິດຍັງບໍ່ທັນມີອັນພຸ່ງກະໂດດຢ່າງແທ້ຈິງ.