ອອສເຕຣເລຍ ຜະລິດ ສະເປ ພົ່ນດັງ ຂ້າເຊື້ອໄວຣັດໂຄວິດ-19
October 1, 2020 - 3:37 PM
ລາຍງານຕ່າງປະເທດ ວັນທີ 1 ຕຸລານີ້ ໃຫ້ຮູ້ວ່າ: ບໍລິສັດຢາ ອອສເຕຣເລຍ ໄດ້ເປີດເຜີຍວ່າ ການທົດລອງສະເປພົ່ນດັງຕ້ານໂຄວິດ-19 ໄດ້ຜົນເຖິງ 96%. ຈຸດປະກາຍຄວາມຫວັງເລື່ອງທາງເລືອກໃໝ່ໃນການຕໍ່ສູ້ກັບໄວຣັດ ມໍລະນະຕົວນີ້.
Ena Respiratory ບໍລິສັດເທັກໂນໂລຊີ ຊີວະພາບຂອງ ອອສເຕຣເລຍ ອອກມາມາລະບຸວ່າ ສະເປພົ່ນດັງ ພວກເຂົາກຳລັງພັດທະນາ ຊຶ່ງຫາຜ່ານການທົດລອງໃນເມື່ອບໍ່ດົນມານີ້ ສາມາດເສີມພູມຄຸ້ມກັນໃຫ້ກັບມະນຸດເພື່ອຕໍ່ສູ້ກັບໄວຣັດໂຄໂຣນາສາຍພັນໃໝ່ໄດ້ຢ່າງດີ.
ສະເປພົ່ນດັງສາມາດຫຼຸດຄາບເຊື້ອໂຄວິດ-19 ໄດ້ສູງສຸດ 96%, ນອກຈາກນີ້ຍັງສາມາດໃຊ້ຄວບຄຸມກັບວັກຊີນຕ່າງໆໄດ້ອີກ ແລະ ພ້ອມທົດສອບສະເປພົ່ນດັງຕ້ານໂຄວິດ-19ກັບອາສາສະໝັກພາຍໃນ 4 ເດືອນນັບຈາກນີ້ໄປ.