ປາກົດການຫຍໍ້ທໍ້ໃນນະຄອນຫລວງວຽງຈັນຫລຸດລົງ
ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນເດືອນກັນຍານີ້ ທົ່ວນະຄອນຫລວງມີຄະດີເກີດຂຶ້ນທັງໝົດ 161 ເລື່ອງ, ໃນນັ້ນ ບໍ່ລວມສະພາບໄຟໄໝ້, ອຸປະຕິເຫດ ແລະ ຄົນເສຍຊີວິດ. ເມື່ອທຽບໃສ່ເດືອນຜ່ານມາຫລຸດລົງ 25 ເລື່ອງ, ສ້າງຄວາມເສຍຫາຍຫລາຍກວ່າ 129 ລ້ານກວ່າກີບ, ລົດຈັກ 58 ຄັນ, ຄຳຮູບປະພັນ 9 ບາດ ແລະ ອື່ນໆ.
ໃນໜຶ່ງເດືອນຜ່ານມາ ເຈົ້າໜ້າທີ່ ປກສ ຍັງສາມາດມ້າງຄະດີໄດ້ 99 ເລື່ອງ, ກັກຕົວຜູ້ຖືກຫາ 255 ຄົນ ຍິງ 34 ຄົນ ຢຶດຂອງກາງໄດ້ 10 ລ້ານກວ່າກີບ, 1 ແສນກວ່າບາດ, 300 ໂດລາສະຫະລັດ, ຢາບ້າ 7 ລ້ານກວ່າເມັດ, ຢາໄອສ໌ 82 ກິໂລກຣາມ, ເຮໂຣອິນ 2 ຖົງນ້ອຍ, ຢາຝິ່ນ 1 ກິໂລ, ລົດໃຫຍ່ 4 ຄັນ, ລົດຈັກ 6 ຄັນ, ປືນສັ້ນ 2 ກະບອກ ພ້ອມລູກປືນ 14 ລູກ, ປືນແກັບ 2 ກະບອກ, ເລົາປືນແກັບ 5 ອັນ, ສາຍຄໍຄ້າຍຄືຄຳ 1 ເສັ້ນ ແລະ ໂທລະສັບມືຖື 6 ໜ່ວຍ. ພ້ອມນັ້ນ ຍັງສາມາດເກັບກູ້ຊັບສິນຄືນມາໄດ້ 18 ລ້ານກວ່າກີບ, 375 ແສນບາດ, 14 ພັນໂດລາສະຫະລັດ, ລົດໃຫຍ່ 2 ຄັນ, ລົດຈັກ 35 ຄັນ ແລະ ອື່ນໆອີກ.
ຈາກສະພາບຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນນະຄອນຫລວງວຽງຈັນໃນໜຶ່ງເດືອນຜ່ານມານັ້ນ ເຖິງວ່າຈະມີຄະດີຫລຸດລົງ ແຕ່ຍັງສະແດງໃຫ້ເຫັນວ່າ ໜໍ່ແໜງຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມຍັງມີຫລາຍ. ສະນັ້ນ ຈຶ່ງເປັນໜ້າທີ່ຂອງໝົດທຸກຄົນທີ່ຈະຊ່ວຍກັນຕ້ານ ແລະ ສະກັດກັ້ນໃຫ້ເຂັ້ມງວດ.