ທຣຳ ຢືນຢັນຜົນກວດໂຄວິດ-19 ເປັນບວກ

ທຣຳ ຢືນຢັນຜົນກວດໂຄວິດ-19 ເປັນບວກ -                                                                19                       - ທຣຳ ຢືນຢັນຜົນກວດໂຄວິດ-19 ເປັນບວກ
ທຣຳ ຢືນຢັນຜົນກວດໂຄວິດ-19 ເປັນບວກ - kitchen vibe - ທຣຳ ຢືນຢັນຜົນກວດໂຄວິດ-19 ເປັນບວກ

ປະທານາທິບໍດີ ​ໂດ​ນັລ ທຣຳ ຂອງ​ອາ​ເມ​ລິ​ກາ ​ໂພສຂໍ້ຄວາມ​ໃນ​ທະວິ​ດ​ເຕີ ຢືນຢັນ​ວ່າ: ທ່ານ ​ແລະ ນາງ ​ເມ​ລາ​ເນຍ ທຣຳ ພັນ​ລະ​ຍາ ມີ​ຜົນ​ກວດ​ເຊື້ອ​ໂຄ​ວິດ-19 ​ເປັນ​ບວກ ​ໂດຍ​ທັງ​ສອງ​ຈະ​ກັກ​ຕົນ​ເອງ ​ແລະ ປິ່ນປົວ​ຕໍ່​ໄປ.

ກ່ອນ​ໜ້າ​ນີ້​ບໍ່​ດົນ, ສຳນັກ​ຂ່າວຣອຍ​ເຕີ ລາຍ​ງານ​ວ່າ: ປະທານາທິບໍດີ ​ໂດ​ນັລ ທຣຳ ​ໄດ້​ເປີດ​ເຜີຍ​ໃນ​ວັນ​ທີ 1 ຕຸລາ​ຜ່ານ​ມາ​ວ່າ: ທ່ານ​ໄດ້​ເຂົ້າສູ່​ຂະ​ບວນການ​ກັກ​ກັນ​ພະຍາດ​ແລ້ວ ຫລັງ​ຈາກ ​ໂຮບ ຮິ​ກ ທີ່​ປຶກສາ​ລະດັບ​ສູງ ​ແລະ ຜູ້​ຊ່ວຍ​ໃກ້ຊິດ​ຖືກ​ກວດ​ພົບ​ວ່າ​ຕິດ​ໂຄ​ວິດ-19 ​ໃນ​ມື້ດຽວ​ກັນ.

ທຣຳ ຢືນຢັນຜົນກວດໂຄວິດ-19 ເປັນບວກ - Visit Laos Visit SALANA BOUTIQUE HOTEL - ທຣຳ ຢືນຢັນຜົນກວດໂຄວິດ-19 ເປັນບວກ
ທຣຳ ຢືນຢັນຜົນກວດໂຄວິດ-19 ເປັນບວກ - Visit Laos Visit SALANA BOUTIQUE HOTEL - ທຣຳ ຢືນຢັນຜົນກວດໂຄວິດ-19 ເປັນບວກ

ທຣຳ ຢືນຢັນຜົນກວດໂຄວິດ-19 ເປັນບວກ - 120345815 2560642690895274 8377099207848428503 o 300x251 - ທຣຳ ຢືນຢັນຜົນກວດໂຄວິດ-19 ເປັນບວກ

​ໂດຍ​ທ່ານ ທຣຳ ລະບຸ​ຜ່ານ​ທະວິ​ດ​ເຕີ​ວ່າ: “​ນາງ ໂຮບ ຮິ​ກ ຜູ້​ທີ່​ເຮັດ​ວຽກ​ໜັກ​ໂດຍ​ບໍ່​ໄດ້​ພັກ ຫາ​ກໍກວດ​ພົບ​ວ່າ​ຕິດ​ເຊື້ອ​ໂຄ​ວິດ-19 ​ເປັນ​ເລື່ອງ​ຮ້າຍ​ແຮງ​ຫລາຍ, ​ແມ່ຍິງ​ໝາຍ​ເລກ 1 ​ແລະ ຂ້າພະ​ເຈົ້າ ກຳລັງ​ລໍຖ້າ​ຜົນ​ກວດ​ ​​ໃນ​ເວລາ​ດຽວ​ກັນ ພວກ​ເຮົາ​ຈະ​ເລີ່​ມ​ເຂົ້າສູ່​ຂະ​ບວນການ​ກັກ​ກັນ​ພະຍາດ”.

ຕົ້ນອາທິດ​ຜ່ານ​ມາ, ນາງ ຮິ​ກ ​ເດີນທາງ​ກັບ​ທ່ານ ທຣຳ ​ໂດຍເຮືອບິນ​ແອຣຟອດວັນ ​ເພື່ອ​ໄປ​ຮ່ວມການ​ໂຕ້​ວາທີ​ທາງ​ໂທລະພາບ​ຢູ່​ລັດ​ໂອ​ໄຮ​ໂອ, ນາງ​ຍັງ​ຖືກ​ຖ່າຍຮູບ​​ໃນ​ເວລາ​ຍ່າງ​ລົງ​ຈາກ​ເຮືອບິນ​ປະຈຳ​ຕຳ​ແໜ່​ງຂອງ​ຜູ້ນຳ​ອາ​ເມ​ລິ​ກາ ​ໂດຍ​ບໍ່​ໃສ່​ຜ້າ​ປິດ​ປາກ-ດັງ ​ໃນ​ເມືອງ​ຄລີບ​ແລນ ​ແລະ ຍັງ​ເຮັດ​ວຽກ​ໃກ້ຊິດ​ກັບ​ທ່ານ ທຣຳ ຢູ່​ໃນ​ເຮ​ລິ​ກົບ​ແຕປະຈຳ​ຕົວ​ປະທານາທິບໍດີ​ອາ​ເມ​ລິ​ກາ “ມາຣີນ ວັນ” ລະຫວ່າງ​ການ​ເດີນທາງ​ລົງພື້ນທີ່​ຫາ​ສຽງ​ເລືອກ​ຕັ້ງປະທານາທິບໍດີ​ຢູ່​ລັດ​ມິນ​ນິ​ໂຊ​ຕາ ​ໃນ​ວັນ​ທີ 30 ກັນຍາ​ຜ່ານ​ມາ.

ທັງ​ນີ້, ທຳນຽບຂາວ​ມີ​ຂະ​ບວນການກວດ​ເຊື້ອ​ໂຄ​ວິດ-19 ​ແກ່​ຜູ້​ຊ່ວຍ​ຂອງ​ປະທານາທິບໍດີ ຫລື ​ໃຜ​ກໍ​ຕາມ​ທີ່​ເຂົ້າມາ​ສຳຜັດ​ໃກ້ຊິດ​ກັບ​ທ່ານ ທຣຳ ​ເປັນ​ປະຈຳ​ທຸກ​ວັນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍ່​ເປັນ​ທີ່​ແນ່ນອນ​ວ່າຜູ້ນຳ​ອາ​ເມ​ລິ​ກາ​ຈະ​ຢູ່​ໃນ​ການ​ກັກ​ຕົວ​ດົນ​ຊໍ່າ​ໃດ ​ເຊິ່ງອາດ​ກະທົບ​ການ​ໂຕ້​ວາທີຂອງ​ຜູ້​ສະໝັກ​ຊີງ​ຕຳ​ແໜ່​ງປະທານາທິບໍດີ​ອາ​ເມ​ລິ​ກາ ຄັ້ງທີ 2 ​ໃນ​ວັນ​ທີ 15 ຕຸລາ​ນີ້ ຢູ່​ເມືອງ​ໄມ​ອາ​ມີ ລັດ​ຟໍຣິດາ.

ສຳລັບ​ສະຖິຕິ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ຂອງ​ອາ​ເມ​ລິ​ກາ ມີ​ຜູ້​ຕິດ​ເຊື້ອ​ແລ້ວ​ຫລາຍ​ກວ່າ 7,2 ລ້ານ​ຄົນ ​ແລະ ​ເສຍ​ຊີວິດ​ຫລາຍ​ກວ່າ 2 ​ແສນ​ຄົນ.

ທຣຳ ຢືນຢັນຜົນກວດໂຄວິດ-19 ເປັນບວກ - 4 - ທຣຳ ຢືນຢັນຜົນກວດໂຄວິດ-19 ເປັນບວກ
ທຣຳ ຢືນຢັນຜົນກວດໂຄວິດ-19 ເປັນບວກ - 5 - ທຣຳ ຢືນຢັນຜົນກວດໂຄວິດ-19 ເປັນບວກ
ທຣຳ ຢືນຢັນຜົນກວດໂຄວິດ-19 ເປັນບວກ - 3 - ທຣຳ ຢືນຢັນຜົນກວດໂຄວິດ-19 ເປັນບວກ