ຍີ່ປຸ່ນ ປະກາດສັກວັກຊີນຕ້ານໂຄວິດ ໃຫ້ປະຊາຊົນທຸກຄົນຟຣີ

ຍີ່ປຸ່ນ ປະກາດສັກວັກຊີນຕ້ານໂຄວິດ ໃຫ້ປະຊາຊົນທຸກຄົນຟຣີ -                                                                                             - ຍີ່ປຸ່ນ ປະກາດສັກວັກຊີນຕ້ານໂຄວິດ ໃຫ້ປະຊາຊົນທຸກຄົນຟຣີ
ຍີ່ປຸ່ນ ປະກາດສັກວັກຊີນຕ້ານໂຄວິດ ໃຫ້ປະຊາຊົນທຸກຄົນຟຣີ - kitchen vibe - ຍີ່ປຸ່ນ ປະກາດສັກວັກຊີນຕ້ານໂຄວິດ ໃຫ້ປະຊາຊົນທຸກຄົນຟຣີ

ກະຊວງ​ສາທາລະນະ​ສຸກຍີ່ປຸ່ນ​ປະກາດ​ສັກ​ວັກ​ຊີ​ນຕ້ານ​ໂຄ​ວິດ-19 ​ໃຫ້​ພົນລະ​ເມືອງຊາວ​ຍີ່ປຸ່ນ​ທຸກ​ຄົນ​ຟຣີ. ຂະນະ​ທີ່ ລັດຖະບານ​ທຸ້ມ​ເທ​ເຕັມທີ່​ເພື່ອ​ຫາ​ວັກ​ຊີ​ນ​ໃຫ້​ພຽງພໍ​ພາຍ​ໃນ​ເຄິ່ງປີ​ທຳ​ອິດ​ຂອງ​ປີ 2021.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ກະຊວງ​ສາທາລະນະ​ສຸກ​ຍີ່ປຸ່ນ​ໄດ້​ປະກາດ​ວ່າ: ພົນລະ​ເມືອງ​ຊາວ​ຍີ່ປຸ່ນ​ທຸກ​ຄົນ​ຈະ​ໄດ້​ຮັບ​ການ​ສັກ​ວັກ​ຊີ​ນຕ້ານ​ໄວຣັສ​ໂຄ​ວິດ-19 ​ໂດຍ​ບໍ່​ເສຍ​ຄ່າ​ໃຊ້​ຈ່າຍ​ໃດໆ ​ໂດຍ​ມີ​ເປົ້າໝາຍ​ຈະ​ຫລຸດ​ຈຳນວນ​ການ​ຕິດ​ເຊື້ອ ​ແລະ ການ​ເສຍ​ຊີວິດ​ຈາກ​ໂຄ​ວິດ-19 ​ເຊິ່ງລັດຖະບານ​ຍີ່ປຸ່ນ​ໄດ້​ຕັ້ງງົບປະມານ​ໃນ​ເລື່ອງ​ນີ້​ເອົາ​ໄວ້ 6,71 ​ແສນ​ລ້ານ​ເຢນ ຫລື ປະມານ 6.400 ລ້ານ​ໂດ​ລາ​ສະຫະລັດ.

ລາຍ​ງານ​ລະບຸ​ວ່າ: ລັດຖະບານ​ຍີ່ປຸ່ນ​ທຸ້ມ​ເທ​ຄວາມ​ພະຍາຍາມ​ຢ່າງ​ເຕັມທີ່​ໃນ​ການຈັດ​ຫາ​ວັກ​ຊີ​ນຕ້ານ​ໂຄ​ວິດ-19 ​ໃຫ້​ພຽງພໍ​ພາຍ​ໃນ 6 ​ເດືອນ​ຕົ້ນປີ 2021 ​ເພື່ອ​ສັ​ກ​ໃຫ້​ພົນລະ​ເມືອງ​ຊາວ​ຍີ່ປຸ່ນ​ທຸກ​ຄົນ ​ໂດຍ​ລັດຖະບານ​ຍີ່ປຸ່ນ​ໄດ້​ເຮັດ​ຂໍ້​ຕົກລົງ​ຮ່ວມ​ກັບ​ບໍລິສັດ​ແອ​ສຕຣ້າ​ເຊ​ນ​ເນ​ກ້າ ຜູ້​ຜະລິດ​ຢາ​ຂອງ​ອັງກິດ ​ແລະ ບໍລິສັດ​ໄຟ​ເຊີ ຜູ້​ຜະລິດ​ຢາ​ລາຍ​ໃຫຍ່​ຂອງ​ອາ​ເມ​ລິ​ກາ ​ເພື່ອ​ສົ່ງ​ມອບ​ວັກ​ຊີ​ນທັນທີ​ທີ່​ການ​ພັດທະນາ​ປະສົບ​ຜົນສຳ​ເລັດ.

ຍີ່ປຸ່ນ ປະກາດສັກວັກຊີນຕ້ານໂຄວິດ ໃຫ້ປະຊາຊົນທຸກຄົນຟຣີ - 4 - ຍີ່ປຸ່ນ ປະກາດສັກວັກຊີນຕ້ານໂຄວິດ ໃຫ້ປະຊາຊົນທຸກຄົນຟຣີ
ຍີ່ປຸ່ນ ປະກາດສັກວັກຊີນຕ້ານໂຄວິດ ໃຫ້ປະຊາຊົນທຸກຄົນຟຣີ - 5 - ຍີ່ປຸ່ນ ປະກາດສັກວັກຊີນຕ້ານໂຄວິດ ໃຫ້ປະຊາຊົນທຸກຄົນຟຣີ
ຍີ່ປຸ່ນ ປະກາດສັກວັກຊີນຕ້ານໂຄວິດ ໃຫ້ປະຊາຊົນທຸກຄົນຟຣີ - 3 - ຍີ່ປຸ່ນ ປະກາດສັກວັກຊີນຕ້ານໂຄວິດ ໃຫ້ປະຊາຊົນທຸກຄົນຟຣີ