ຫຼາຍກວ່າ 40 ປະເທດຈົດທະບຽນຊື້ວັກຊີນຕ້ານໂຄວິດ-19 ຂອງລັດເຊຍແລ້ວ
ລາຍງານຂ່າວຈາກລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າຂອງລັດເຊຍ ເມື່ອວັນທີ່ 30 ກັນຍາທີ່ຜ່ານມາວ່າ: ປັດຈຸບັນໄດ້ມີຫຼາຍກວ່າ 40 ປະເທດໄດ້ຈົດທະບຽນຊື້ວັກຊີນຕ້ານໂຄວິດ-19 ຂອງລັດເຊຍແລ້ວ. ໃນຕົ້ນເດືອນກັນຍາຜ່ານມາ ຈຳນວນປະເທດທີ່ລົງທະບຽນຊື້ວັກຊີນຕ້ານໂຄວິດ-19 ຂອງລັດເຊຍມີປະມານ 30 ປະເທດ ແຕ່ມາເຖິງຂະນະນີ້ເພິ່ມຂຶ້ນເປັນ 40 ປະເທດ.
ທ່ານໃຫ້ຮູ້ເພີ່ມເຕີມວ່າ: ຈຳນວນປະເທດທີ່ໄດ້ລົງທະບຽນນັ້ນລວມມີທັງປະເທດໃນເອີຣົບ, ຕາເວັນອອກກາງ, ອາເມລິກາລາຕິນ ແລະ ອາຊີຕາເວັນອອກສຽງໃຕ້.
ທ່ານລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າລັດເຊຍກ່າວວ່າ: “ພາຍຫຼັງທີ່ໄດ້ຜ່ານການຮັບຮອງແລ້ວ, ພວກເຮົາພ້ອມທີ່ຈະຕອບສະໜອງໃຫ້ຕາມຈຳນວນຈຳກັດ ແລະ ຫຼັງຈາກນັ້ນໃນໄຕມາດທີ 1 ຂອງປີ 2021 ຈຶ່ງຈະເວົ້າເຖິງເລື່ອງການສົ່ງອອກໃຫ້ພຽງພໍ ເພາະໃນເບື້ອງຕົ້ນນີ້ ພວກເຮົາຈະສຸມໃສ່ການຜະລິດໃຫ້ໄດ້ກ່ອນເດືອນກຸມພາ”.
ທ່ານໃຫ້ຮູ້ຕື່ມອີກວ່າ: ວັກຊີນຕ້ານໂຄວິດ-19 Sputnik V ຂອງລັດເຊຍໃນຂະນະນີ້ໄດ້ຕອບສະໜອງໃຫ້ກັບບາງປະເທດແລ້ວ ໃນນັ້ນມີ ເບຣາຣູດ.