ເຕັກນິກງ່າຍໆໃສ່ເກີບສົ້ນສູງແນວໃດບໍ່ໃຫ້ເຈັບຕີນ
October 2, 2020 - 4:57 PM
ສາວໆທີ່ມັກໃສ່ເກີບສົ້ນສູງ ກໍມັກຈະມີບັນຫາເຈັບຕີນ ແລະ ລາມຂຶ້ນມາຫາແຂ່ງເປັນປະຈຳແມ່ນບໍ່ ? ມື້ນີ້ພວກເຮົາມີເຄັດລັບງ່າຍໆທີ່ຈະຊ່ວຍຫລຸດອາການເຈັບຕີນໃນຂະນະໃສ່ເກີບສົ້ນສູງມາແນະນຳທ່ານ ເຊິ່ງຮັບຮອງເລີຍວ່າຫາກທ່ານເຮັດຕາມແລ້ວ ບັນຫາເຫລົ່ານີ້ຈະບໍ່ເກີດຂຶ້ນ ທັງຍັງຊ່ວຍໃຫ້ຮູ້ສຶກສະບາຍຕີນຫລາຍຂຶ້ນນຳອີກ ມາເບິ່ງພ້ອມກັນເລີຍ :
- ເສີມແຜ່ນຮອງກັນກະແທກ : ຍິ່ງເກີບສົ້ນສູງຫລາຍກໍຈະຍິ່ງເຮັດໃຫ້ແຮງກະແທກທີ່ຈະເຮັດໃຫ້ເກີດອາການເຈັບຕີນຫລາຍຂຶ້ນ ເຊິ່ງຫາກທ່ານບໍ່ຢາກຫລຸດຂະໜາດຂອງສົ້ນເກີບໃຫ້ຕໍ່າລົງ ກໍໃຫ້ເສີມໂດຍແຜ່ນຮອງກັນກະແທກແທນ ເພາະຈະຊ່ວຍຫລຸດແຮງກົດຢູ່ສົ້ນໃນຂະນະກ້າວຍ່າງໄດ້ດີ ທັງໃຫ້ຄວາມຮູ້ສຶກນຸ້ມ ຊ່ວຍແກ້ອາການເຈັບຕີນໄດ້ນຳ.
- ພັກຜ່ອນຕີນແດ່ເມື່ອມີໂອກາດ : ອີກເຄັດລັບໃສ່ເກີບສົ້ນສູງກໍແມ່ນການພັກຜ່ອນຕີນແດ່ ເມື່ອມີໂອກາດນັ້ນເອງ ເຊັ່ນ : ໃນຂະນະທີ່ກຳລັງນັ່ງ ຫລື ຍ່າງເທິງພື້ນທີ່ບໍ່ເປິເປື້ອນ ກໍໃຫ້ປົດເກີບສົ້ນສູງອອກ ແລະ ຍ່າງດ້ວຍຕີນເປົ່າແທນ ຫລື ບໍ່ກໍໃຫ້ພົກພາເກີບຫຸ້ມສົ້ນທີ່ໃສ່ສະບາຍໆໄປນຳຈັກຄູ່ໜຶ່ງ ເພື່ອຈະໄດ້ສະຫລັບກັນໃສ່ປ່ຽນກັບເກີບສົ້ນສູງໄດ້ຕະຫລອດເວລາທີ່ຕ້ອງການນັ້ນເອງ.
- ເລືອກເກີບສົ້ນສູງ ຂະໜາດທີ່ພໍດີ : ເກີບສົ້ນສູງທີ່ມີສົ້ນສູງຫລາຍມັກຈະເປັນອຸປະສັກຕໍ່ການຊົງໂຕສະເໝີ ເຊິ່ງກໍຈະເຮັດໃຫ້ເກີດອາການປວດຂໍ້ ແລະ ເຈັບຕີນໄດ້. ດັ່ງນັ້ນ ຖ້າຈະໃຫ້ດີ ທ່ານຄວນເລືອກໃສ່ເກີບສົ້ນສູງທີ່ມີຄວາມສູງພໍດີພໍງາມ ຄື ບໍ່ສູງຈົນເກີນໄປ ພຽງເທົ່ານີ້ທ່ານກໍຈະໃສ່ເກີບສົ້ນສູງໄດ້ຢ່າງສະບາຍຕີນທີ່ສຸດ ທັງຍັງດີຕໍ່ສຸຂະພາບຕີນຂອງທ່ານນຳອີກ.
- ເລືອກເກີບສົ້ນສູງທີ່ມີພື້ນທາງໜ້າໜາ : ການເລືອກໃສ່ເກີບສົ້ນສູງທີ່ມີພື້ນທາງໜ້າໜາ ຈະຊ່ວຍແກ້ອາການເຈັບຕີນໄດ້ດີ ເພາະພື້ນເກີບທີ່ໜາຈະຊ່ວຍຮັບກັບຮູບຕີນຂອງເຮົາໄດ້ດີຍິ່ງຂຶ້ນ ຈຶ່ງບໍ່ເຮັດໃຫ້ຕີນຜິດຮູບຈົນເກີນໄປ ແລະ ໃຫ້ຄວາມຮູ້ສຶກທີ່ນຸ້ມສະບາຍຕີນນຳອີກ ທັງຍັງຊ່ວຍໃນເລື່ອງຂອງການຊົງໂຕໄດ້ດີກ່ວາການໃສ່ເກີບສົ້ນສູງທີ່ມີພື້ນທາງໜ້າບາງຫລາຍ.