ວັນທີ 5 ຕຸລາ ວັນຄູໂລກ (World Teacher’s Day)
“ວັນຄູໂລກ” (World Teacher’s Day) ກົງກັບວັນທີ 5 ຕຸລາຂອງທຸກໆປີ ກ່ອນວັນຄູແຫ່ງຊາດລາວເຮົາ 2 ວັນ (ວັນທີ 7 ຕຸລາ), ເຊິ່ງກຳນົດໂດຍ ອົງການUNICEF ຮ່ວມກັບອົງກອນແຮງງານລະຫວ່າງປະເທດ ແລະ ໜ່ວຍງານທີ່ກ່ຽວກັບການສຶກສາທົ່ວໂລກ ເພື່ອຍົກລະດັບອາຊີບຄູ, ສ້າງມາດຕະຖານ ທາງດ້ານສະຫວັດດີການຄູ ລວມທັງການຈັດການຮູບແບບ ແລະ ລະບົບຂອງການສຶກສາໃຫ້ເໝາະສົມ.
ວັນຄູໂລກ ສະເຫລີມສະຫລອງຄັ້ງທຳອິດໃນປີ 1994 ເຊິ່ງເປັນວັນຄົບຮອບຂໍ້ສະເໜີຂອງ ILO/UNESCO ໃນປີ 1966ກ່ຽວກັບສິດທີຂອງຄູໃນລະບົບສະຖາບັນການສຶກສາລວມທັງບຸກຄະລາກອນທາງການສຶກສາໃນລະດັບອຸດົມສຶກສາ.
ວັນຄູໂລກ 2020 ຄົບຮອບ26 ປີທົ່ວໂລກຮ່ວມກັນສະເຫລີມສະຫລອງຄວ່ມສຳເລັດໃນອາຊີບຄູຜູ້ມີສ່ວນສຳຄັນໃນການສຶກສາ ເພື່ອໃຫ້ບັນລຸເປົ້າໝາຍໃນການສອນ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.
ຄຳວ່າ “ຄູ” ມາຈາກ “ຄຣຸ” ແປວ່າ” ໜັກ” ໂດຍຕີຄວາມໝາຍໃສ່ວ່າ ຜູ້ແບກຫາບພາລະໜັກໜ່ວງ ຕໍ່ຊີວິດຄົນອື່ນ, ທີ່ຕ້ອງເປັນແບບຢ່າງໃຫ້ນັກຮຽນ, ມີໜ້າທີ່ສິດສອນດ້ວຍຄວາມເມດຕາ, ດ້ວຍຄວາມເຂົ້າໃຈ ເພື່ອໃຫ້ລູກສິດມີຄວາຮູ້ ປຽບດັ່ງເຮືອຂົນສົ່ງທີ່ສົ່ງໃຫ້ຄົນອື່ນໄດ້ເຖິງຝັ່ງ.